ຮຽນຮູ້ສືກສາຂໍ້ມູນກ່ຽວກັບບໍລິສັດ ຫຼື ອົງກອນ, ວິໃສ່ທັດ ຫຼື ເປົ້າໝາຍ, ປະຫວັດຄວາມເປັນມາ, ແລະ ສີນຄ້າ ຫຼື ການບໍລິການ ເພື່ອນຳມາພິຈາລະນາເບີ່ງວ່າ ບໍລິສັດ ຫຼື ອົງກອນທີ່ຕົວເຮົາຢາກເຂົ້າໄປເປັນສ່ວນໜື່ງມັນສາມາດສະໜັບສະໜູນເຮົາໄດ້ບໍ່ທີ່ຈະເຕີບໃຫຍ່ໄປໃນທິດທາງເປົ້າໝາຍຂອງເຮົາບໍ່, ທັງນີ້ທັງນັ້ນທຸກຄົນຍ່ອມມີເປົ້າໝາຍໄລຍະສັ້ນໄລຍະຍາວ ແລະ ການຮຽນຮູ້ ຫຼື ການສະສົມປະສົບການ
ເມື່ອສຶກສາຂໍ້ມູນແລ້ວ, ແນ່ນອນເຮົາຈະມີຄວາມເຂົ້າໃຈແນວທາງ ແລະ ວັດທະນະທຳການປະຕິບັດວຽກງານ, ຂ່າວສານອັບເດດໃຫມ່ຂອງທຸລະກິດ, ແລະ ສະຖານະການໃນອຸສາຫະກຳນັ້ນໆເຂົ້າມາພິຈາລະນາເຊັ່ນກັນ
ຂໍ້ມູນທີ່ສຶກສາ ຫຼື ຮຽນຮູ້ມານັ້ນ, ແນ່ນອນມັນຈະເປັນເຄື່ອງມືໃຫ້ເຮົາຢ່າງຊັດເຈນວ່າ ຕົວເຮົາເອງມີຄວາມປະສົງສົນໃຈໃນວຽກງານນັ້ນແທ້ຈິງບໍ່?
ສຶກສາຮຽນຮູ້ກ່ຽວກັບຕຳແໜ່ງງານທີ່ເປີດຮັບສະໝັກຢູ່ໃຫ້ລະອຽດ ແລະ ໜ້າທີ່ວຽກງານຫຼັກທີ່ຕ້ອງເຮັດແມ່ນຫຍັງ ລວມເຖິ່ງທັກສະຄວາມຮູ້ທີ່ຕ້ອງມີແມ່ນຫຍັງແດ່?
ພິຈາລະນາເຖີ່ງທັກສະຄວາມຮູ້ທີ່ຕ້ອງມີທີ່ຕຳແໜ່ງງານນັ້ນຕ້ອງການ, ແລ້ວນຳມາສົມທຽບກັບປະສົບການຕົນເອງຜ່ານມາ, ເພື່ອກະກຽມຕົວຢ່າງນຳສະເໜີທີ່ກ່ຽວຂ້ອງ
ຕ້ອງກະກຽມຄຳຕອບທີ່ອາດຈະເກີດຂື້ນ, ທີ່ກ່ຽວກັບສີ່ງທີ່ຕົວເອງໄດ້ນຳສະເໜີໄປໃຫ້ໄດ້ຢ່າງແຈ່ມແຈ້ງຊັດເຈນ
ກະກຽມຄຳຖາມທີ່ສະແດງເຖິ່ງຄວາມສົນໃຈຂອງເຮົາກັບຕຳແໜ່ງງານນັ້ນ ແລະ ຖາມເຖິ່ງກ່ຽວກັບທີມງານເປັນແບບໃດ ແລະ ຖາມກ່ຽວກັບຄວາມສຳເລັດຂອງບໍລິສັດ
ໃຫ້ເຮົາຫລີກລຽງຖາມ ຫຼື ບໍ່ໃຫ້ຖາມຄຳຖາມທີ່ມີຄຳຕອບຢູ່ໃນ ເຟສບຸກ ຫຼື ມີຄຳຕອບຢູ່ໃນເວັບໄສ້ແລ້ວ
ສີ່ງທີ່ກ່າວມາມັນບົງບອກເຖິ່ງຄວາມກະຕືລີລົ້ນ, ຄວາມສົນໃຈ ແລະ ການມີສ່ວນຮ່ວມຂອງເຮົາທີ່ມີຕໍ່ບໍລິສັດ ຫຼື ອົງກອນ
ເຮົາຕ້ອງຈື່ ຫຼື ຈົດຈຳສີ່ງທີ່ເຮົາກະກຽມ ຫຼື ຂຽນຊີວະປະຫວັດຂອງເຮົາສົ່ງໄປສະໝັກ, ໃຫ້ຈື່ຂໍ້ມູນທັງໝົດທີ່ເຮົາໃສ່ໄປ ລວມເຖີ່ງຊ່ວງເວລາວັນທີ່ ຫຼື ຄວາມສຳເລັດຕ່າງໆ
ໃຫ້ກະກຽມຂໍ້ມູນ ຫຼື ເວົ້າເຖີ່ງປະສົບການຂອງເຮົາທີ່ຜ່ານມາ ລວມເຖີ່ງກິດຈະກຳຍາມເຮົາຫວ່າງເຮັດຫຍັງ
ໃຫ້ຝຶກການເວົ້າເຖິ່ງ ຫຼື ການອະທິບາຍເຖິ່ງຄວາມສຳເລັດຂອງເຮົາ ໃຫ້ອະທິບາຍໄດ້ຢ່າງຄ່ອງແຄ້ວສະແດງເຖິ່ງຄວາມພາກພູມໃຈຂອງເຮົາຕໍ່ຄວາມສຳເລັດນັ້ນ
ໃຫ້ເຮົາກວດເບີ່ງຕາຕະລາງການນັດໝາຍ ແລະ ຮູບແບບ ຫຼື ແນວທາງການສຳພາດ, ການສຳພາດແບບພົບປະໂອ້ລົມ, ສຳພາດທາງໂທລະສັບ ຫຼື ທາງອອນລາຍ
ຖ້າຫາກວ່າແມ່ນການສຳພາດແບບພົບປະໂອ້ລົມ ໃຫ້ເຮົາສຳຫຼວດໄລຍະທາງ ແລະ ວາງແຜ່ນເວລາການເດີນທາງລ່ວງໜ້າ
ຖ້າຫາກວ່າແມ່ນການສຳພາດແບບໂທລະສັບ ຫຼື ທາງອອນລາຍ ໃຫ້ເຮົາກວດກາເບີ່ງເຄື່ອງມືອຸປະກອນກ່ອນລ່ວງໜ້າໜື່ງມື້ວ່າໃຊ້ງານປົກກະຕິບໍ່
ໃຫ້ເຮົາເລືອກໃສ່ຊຸດທີ່ເໝາະສົມກັບວັດທະນະທຳຂອງບໍລິສັດ ຫຼື ອົງກອນ ທີ່ເປັນທາງການ ຫຼື ກື່ງທາງການ
ຕ້ອງກວດກາເບີ່ງໃຫ້ແນ່ໃຈວ່າເຄື່ອງແບບ ຫຼື ຊຸດທີ່ເຮົາໃສ່ ແມ່ນສະອາດເບີ່ງດູດີ ແລະ ເໝາະສົມພໍດີກັບຕົວເຮົາ
ໃຫ້ເອົາກ້ອບປີ້ ຫຼື ສຳເນົາຊີວະປະຫວັດ, ໃບປະກາດ, ບັດປະຈຳຕົວ, ແລະ ເອກະສານອື່ນໆທີ່ຈຳເປັນໄປນຳ, ລວມທັງປື້ມຈົດບັນທຶກ ແລະ ປີກຂຽນ
ຖ້າສຳພາດແບບໂທລະສັບ ຫຼື ທາງອອນລາຍ ແມ່ນໃຫ້ເຮົາກະກຽມຊຸດເອກະສານດັ່ງທີ່ກ່າວມາໃຫ້ເຂົ້າຫາໄດ້ງ່າຍ ແລະ ສະດວກ
ໃຫ້ກະກຽມລາຍຊື່ບຸກຄົນອ້າງອີງໄວ້ເພື່ອມີການຖາມເຖີ່ງບຸກຄົນອ້າງອີງ
ໃຫ້ທວນຄືນເຊັ່ນວ່າ: ຊ່ວຍແນະນຳຕົວໃຫ້ພວກເຮົາແດ່? ຈຸດແຂງ ແລະ ຈຸດອ່ອນຂອງເຈົ້າແມ່ນຫຍັງ? ແລະ ເປັນຫຍັງພວກເຮົາຈື່ງຮັບເຈົ້າເຮັດວຽກ?
ກະກຽມຄຳຕອບທີ່ຊັດເຈນແຈ່ມແຈ້ງ, ສັ້ນກະຊັບ, ແລະ ເນັ້ນຄຸນນະສົມບັດທີ່ເໝາະສົມກັບຕຳແໜ່ງງານທີ່ສະໝັກໄປ
ໃຫ້ກະກຽມບົດການແນະນຳຕົວທີ່ບົງບອກເຖິ່ງວ່າເຈົ້າແມ່ນໃຜ, ມີຄຸນສົມບັດ, ມີຄວາມສາມາດຫຍັງແດ່ ໃຫ້ມີຄວາມກ່ຽວຂ້ອງກັບຕຳແໜ່ງງານທີ່ສະໝັກ
ເວົ້າອະທິບາຍດ້ວຍຄວາມໝັ້ນໃຈ ແລະ ດືງດູດຄວາມສົນໃຈຂອງຜູ້ສຳພາດ
ຈັດແຈງໂຄງສ້າງການຕອບຄຳຖາມແບບ STAR: (S: ສາຖານະການ, T: ວຽກງານທີ່ໄດ້ຮັບ, A: ສີ່ງທີ່ໄດ້ເຮັດ ຫຼື ການກະທຳ, R: ມີຜົນອອກມາ) ການຕອບແບບ STAR ມັນຈະຊ່ວຍເຮັດໃຫ້ເຮົາຕອບຄຳຖາມເປັນຮູບປະທຳ ຫຼື ສີ່ງທີ່ໄດ້ເຮັດ, ມັນຈະອະທິບາຍອອກມາຢ່າງຊັດເຈນ ແລະ ມີປະສິດທິພາບ
ທຸກຄັ້ງທີ່ຕອບຄຳຖາມແມ່ນໃຫ້ມີ R: ມີຜົນອອກມາ ໃນທິດທາງບວກ ຫຼື ສີ່ງທີ່ເຮົາໄດ້ຮຽນຮູ້ໄດ້ວິທີແນວທາງໃນການປະຕິບັດໃນອະນາຄົດທີ່ດີຂື້ນກວ່າເກົ່າ
ໃຫ້ຫລີກລຽງການໃຊ້ພາສາທີ່ບໍ່ເປັນທາງການ ແລະ ບໍ່ໃຫ້ໃຊ້ພາສາຕະຫຼາດ ຫຼື ຄຳຍໍ້ ແລະ ບໍ່ໃຫ້ໃຊ້ຄຳທີ່ເຂົ້າໃຈຍາກ
ການເວົ້າຈາຕ້ອງສຸພາບ, ບໍ່ອວດໂອ້ເວີ້ວັງ, ແລະ ຕ້ອງເວົ້າດ້ວຍຄວາມໝັ້ນໃຈ
ໃຫ້ສະແດງຄວາມເຕັມໃຈອອກມາທີ່ຈະຮຽນຮູ້ ແລະ ການພັດທະນາທີ່ດີຂື້ນ
ໃຫ້ເນັ້ນບອກປະສົບການ ການເຮັດວຽກທີ່ຜ່ານມາ, ມີຜົນສໍາເລັດທີ່ໂດດເດັ່ນຫຍັງແດ່, ແລະ ເຫດຜົນທີ່ເຮົາສົນໃຈໃນໂອກາດວຽກງານຕຳແໜ່ງງານນີ້ໃຫ້ແຈ້ງບອກໄປ
ເຮົາຕ້ອງແນະນຳຕົວເອງໃຊ້ເວລາ (1–2 ນາທີ) ແລະ ເວົ້າເຖີ່ງສີ່ງທີ່ກ່ຽວຂ້ອງກັບຕຳແໜ່ງງານທີ່ເຮົາສະໝັກ
ຄຳຖາມນີ້ຜູ້ສຳພາດຢາກຮູ້ວ່າ, ເຮົາໄດ້ສຶກສາຂໍ້ມູນກ່ຽວກັບບໍລິສັດບໍ່?
ໃຫ້ໂອ້ລົມສົນທະນາກ່ຽວກັບຄຸນຄ່າຂອງບໍລິສັດ ຫຼື ອົງກອນ, ວັດທະນະທໍາ, ຫຼື ຜົນສໍາເລັດທີ່ຜ່ານມາທີ່ສອດຄ່ອງກັບເປົ້າຫມາຍຂອງຕົວເຮົາ
ໃຫ້ບອກຈຸດແຂງທີ່ຕອບສະຫນອງຄວາມຕ້ອງການຂອງຕໍາແຫນ່ງວຽກງານທີ່ເຮົາສະໝັກ
ສໍາລັບຈຸດອ່ອນ, ແມ່ນໃຫ້ບອກໄປດ້ວຍຄວາມຊື່ສັດ ຫຼື ໃຫ້ເວົ້າຄວາມຈິງ ແລະ ບອກໄປວ່າເຮົາກຳລັງປັບປຸງແກ້ໄຂຢູ່ ແລະ ພັດທະນາໃຫ້ດີຂື້ນ
ໃຫ້ຕອບໂດຍການນຳໃຊ້ເຕັກນິກ STAR (ສະຖານະການ, ວຽກງານ, ການປະຕິບັດ, ຜົນໄດ້ຮັບ)
ເລືອກເອົາຕົວຢ່າງຕົວຈິງທີ່ສະແດງໃຫ້ເຫັນທັກສະຄວາມສາມາດໃນການແກ້ໄຂບັນຫາຂອງເຮົາ ແລະ ການປັບຕົວຂອງເຮົາ
ຜູ້ສຳພາດຕ້ອງການຮູ້ວ່າເຮົາມີແນວທາງ ຫຼື ເປົ້າໝາຍຂອງເຮົາ, ໃຫ້ບອກໄປ ແລະ ສະແດງໃຫ້ເຫັນຄວາມທະເຍີທະຍານໃນໄລຍະຍາວ ແລະ ຄວາມສົນໃຈທີ່ຈະພັດທະນາຂອງເຮົາ
ຖ້າເປັນໄປໄດ້, ໃຫ້ເວົ້າສີ່ງທີ່ເຊື່ອມໂຍງເປົ້າໝາຍຂອງເຮົາກັບທິດທາງຂອງບໍລິສັດ ຫຼື ອົງກອນ
ໃຫ້ໂອ້ລົມສົນທະນາກ່ຽວກັບຫນ້າທີ່ຄວາມຮັບຜິດຊອບ ຫຼື ຄຸນຄ່າຂອງບໍລິສັດທີ່ເຮັດໃຫ້ເຮົາມີຄວາມຮູ້ສຶກປະທັບໃຈ
ໃຫ້ສະແດງຄວາມກະຕືລືລົ້ນ ແລະ ສອດຄ່ອງກັບທັກສະທີ່ເຮົາມີ
ຕອບດ້ວຍຄວາມຊື່ສັດ ແຕ່ເປັນມືອາຊີບ
ໃຫ້ຫຼີກເວັ້ນການເວົ້າໃນທາງລົບ ແລະ ສຸມໃສ່ການຈະເລີນເຕີບໂຕ ຫຼື ໂອກາດທີ່ດີກວ່າ
ໃຫ້ສະຫຼຸບຄຸນສົມບັດ, ຄວາມຮູ້ຄວາມສາມາດທີ່ເຮົາມີ, ປະສົບການ ແລະ ຄວາມກະຕືລືລົ້ນຂອງເຮົາທີ່ຕ້ອງການວຽກງານນີ້
ຊີບອກໃຫ້ເຫັນຈຸດແຂງຂອງເຮົາທີ່ເຮັດໃຫ້ມີຄວາມແຕກຕ່າງ ແລະ ສິ່ງທີ່ເຮົາສາມາດນໍາມາເສີມທີມງານ
ໃຫ້ສຶກສາຂໍ້ມູນລ່ວງໜ້າກ່ຽວກັບຕະຫຼາດຄ່າແຮງງານຕຳແໜ່ງທີ່ເຮົາສະໝັກແມ່ນໄດ້ເທົ່າໃດ
ສະເຫນີລະດັບຂັ້ນເງິນເດືອນທີ່ເຫມາະສົມໂດຍອີງໃສ່ມາດຕະຖານອຸດສາຫະກໍາ ແລະ ປະສົບການຂອງເຮົາ
ໃຫ້ຕອບວ່າ ມີ ເປັນປະຈຳ, ຫ້າມເດັດຂາດຫ້າມຕອບວ່າ ບໍ່ມີ
ຖາມກ່ຽວກັບໂຄງສ້າງທີມງານ, ໂອກາດການຈະເລີນເຕີບໂຕໃນຕຳແໜ່ງງານນີ້ເປັນແບບໃດ ຫຼື ຖາມເຖິ່ງຂັ້ນຕອນຕໍ່ໄປໃນຂະບວນການຮັບສະໝັກແນວໃດຕໍ່
ໃຫ້ຍົກຕົວຢ່າງທີ່ບົງບອກວິທີທີ່ເຮົາສາມາດສະຫງົບສະຕິອາລົມໄດ້ ແລະ ເຮົາຍັງເຮັດວຽກໄດ້ຢ່າງມີປະສິດທິພາບພາຍໃຕ້ຄວາມກົດດັນ ຫຼື ພາຍໃຕ້ຄວາມຕື່ງຄຽດ
ຄວນໄປຮອດກ່ອນເວລານັດໝາຍ 10-15 ນາທີ
ການທີ່ເຮົາໄປຮອດກ່ອນເວລານັດໝາຍ ຫຼື ຕົງເວລານັດໝາຍ ມັນບົງບອກເຖິງຄວາມໜ້າເຊື່ອຖື ແລະ ຄວາມເຄົາລົບຕໍ່ເວລາຂອງຜູ້ສຳພາດ
ຄວນແຕ່ງໂຕສຸພາບເປັນມືອາຊີບ ແລະ ເຂົ້າກັບວັດທະນະທຳຂອງອົງກອນ ຫຼື ບໍລິສັດທີ່ເຮົາໄປສຳພາດ
ກວດກາເບີ່ງໃຫ້ແນ່ໃຈວ່າເສຶ້ອຜ້າສະອາດງາມຕາ ແລະ ເໝາະສົມກັບຕຳແໜ່ງງານທີ່ເຮົາສະໝັກ
ຖ້າວ່າການພົບປະສຳພາດແບບເຫັນໜ້າ ຄວນຈັບມືຢ່າງໝັ້ນໃຈ ແລະ ສົບສາຍຕາ
ໃຊ້ຄຳທັກທາຍທີ່ສຸພາບເຊັ່ນວ່າ: ສະບາຍດີ ຫຼື ຍິນດີທີ່ໄດ້ພົບ
ນັ່ງລົງຊື່ຕົງໃນທ່າທາງມີຄວາມໝັ້ນໃຈ
ໃຫ້ຫຼິກລຽງການກອດໜ້າອົກ ຫຼື ການຂະຫຍັບຕົວຢູ່ຕະຫຼອດ
ສະແດງຄວາມສົນໃຈດ້ວຍການພະຍັກໜ້າ ແລະ ສະແດງສີໜ້າທີ່ເໝາະສົມ
ຫ້າມເດັດຂາດ, ບໍ່ໃຫ້ເວົ້າຕັດ ຫຼື ເວົ້າແຊກ ໃນຂະນະທີ່ຜູ້ອື່ນກຳລັງເວົ້າ
ຕ້ອງມີມາລະຍາດກັບທຸກຄົນ ລວມເຖີ່ງພະນັກງານຕ້ອນຮັບ ຫຼື ຜູ້ຊ່ວຍ
ໃຫ້ສຳເນົາ ຫຼື ກ້ອບປີ້ເອົາຊີວະປະຫວັດໄປນຳ, ລາຍຊື່ບຸກຄົນອ້າງອີງ ແລະ ເອກະສານອື່ນໆອາດຈະໄດ້ໃຊ້
ຖ້າຫາກວ່າເປັນການສຳພາດອອນລາຍ ໃຫ້ກຽມໄຟເອກະສານດິຈິຕອນທີ່ຊອກຫາງ່າຍ
ຫຼີກເວັ້ນການກວດເບິ່ງໂທລະສັບຂອງທ່ານໃນລະຫວ່າງການສໍາພາດ
ເອົາໃຈໃສ່ກັບຄໍາຖາມ ແລະ ຄໍາຄິດເຫັນຂອງຜູ້ສໍາພາດ ແລະ ໃຫ້ຕອບຕົງປະເດັນ
ຖ້າເຮົາຍັງບໍ່ເຂົ້າໃຈບາງຈູດ ຫຼື ບໍ່ເຂົ້າໃຈຄຳຖາມ, ໃຫ້ຖາມຜູ້ສຳພາດຄືນໃຫ້ອະທິບາຍເພີ້ມຕື່ມ ຫຼື ອະທິບາຍຄວາມກະຈ່າງແຈ້ງໃຫ້ເຮົາເຂົ້າໃຈແທ້ຈີງວ່າເຮົາເຂົ້າໃຈຖືກແລ້ວແທນທີ່ຈະຄາດເດົາແລ້ວຕອບໄປໂດຍທີ່ບໍ່ຕົງປະເດັນ
ຈະແຈ້ງ ແລະ ກົງໄປກົງມາ, ແລະ ຫຼີກລ້ຽງຄຳສັບທີ່ຊ້ຳຊ້ອນ ເຊັ່ນ “ເອີ-ຫຶ” ຫຼື “ເປັນແນວໃດ.”
ໃຊ້ພາສາໃນທາງບວກ ແລະ ເນັ້ນຫນັກໃສ່ຄວາມເຂັ້ມແຂງ ແລະ ຜົນສໍາເລັດ
ຄຳຖາມທີ່ເຮົາບໍ່ມີຄວາມຮູ້ ຫຼື ບໍ່ເຄີຍຜ່ານມາກ່ອນໃຫ້ຕອບຕາມຄວາມຈິງ ແລະ ສະແດງໃຫ້ເຫັນວ່າເຮົາພ້ອມທີ່ຈະປັບຕົວຮຽນຮູ້
ຢ່າວິພາກວິຈານນາຍຈ້າງ ຫຼື ອະດີດເພື່ອນຮ່ວມງານເດັດຂາດ
ໃຊ້ນໍ້າສຽງແບບມືອາຊີບ ແລະໃຫ້ຄໍາຄິດເຫັນທີ່ສ້າງສັນ
ສົ່ງອີເມວ ຫຼື ຂໍ້ຄວາມຂອບໃຈພາຍໃນ 24 ຊົ່ວໂມງ ທີ່ໃຫ້ໂອກາດເຮົາໄດ້ເຂົ້າໄປສຳພາດ
ສະແດງຄວາມກະຕັນຍູສໍາລັບໂອກາດດັ່ງກ່າວ ແລະ ກ່າວຄືນຄວາມສົນໃຈຂອງເຮົາໂດຍຫຍໍ້
ຖ້າຜົນການສຳພາດ, ເຮົາບໍ່ຜ່ານ ຫຼື ບໍ່ໄດ້ເຂົ້າຮ່ວມຂັ້ນຕອນຕໍ່ໄປ ແມ່ນໃຫ້ຂໍຄຳຊີ້ແນະ ແນວທາງສີ່ງທີ່ເຮົາຍັງເຮັດບໍ່ໄດ້ດີພໍ ເພື່ອນຳມາພັດທະນາປັບປຸງຕໍ່ໄປ
ສະແດງຄວາມຮູ້ບຸນຄຸນສໍາລັບໂອກາດ ແລະ ເວລາຂອງຜູ້ສໍາພາດ
ຢືນຢັນຄວາມສົນໃຈຂອງເຮົາໃນຕຳແໜ່ງທີ່ເຮົາສະໝັກຄືນໃໝ່ ແລະ ກ່າວເຖິງຈຸດເດັ່ນທີ່ເຮົາໄດ້ຮຽນຮູ້ຈາກການສຳພາດ
ເຮົາຕ້ອງຂຽນອອກມາໃຫ້ເປັນມືອາຊີບ ແລະ ສັ້ນກະທັດລັດ
ໃຊ້ເວລາສອງສາມນາທີເພື່ອທົບທວນຄືນປະສິດທິພາບການສຳພາດຄັ້ງນີ້
ສັງເກດຄຳຖາມທີ່ເຮົາພົບຄວາມຫຍຸ້ງຍາກ ແລະ ຈູດທີ່ເຮົາຕ້ອງໄດ້ປັບປຸງໃຫ້ດີຂື້ນ
ໃຊ້ການທົບທວນຄືນນີ້ເພື່ອກະກຽມທີ່ດີກວ່າສໍາລັບການສໍາພາດຄັ້ງຕໍ່ໄປຂອງເຮົາ
ຖ້າເຮົາຍັງບໍ່ຮູ້ຜົນການສຳພາດ, ກະລຸນາສົ່ງອີເມວ ຫຼື ສົ່ງຂໍ້ຄວາມຕິດຕາມຢ່າງສຸພາບເພື່ອກວດສອບສະຖານະການສະໝັກວຽກຂອງເຮົາ
ຢືນຢັນຄວາມສົນໃຈຂອງເຮົາຄືນໃໝ່ ແລະ ຂອບໃຈຜູ້ສໍາພາດອີກຄັ້ງສໍາລັບໂອກາດ
ໃຫ້ເບິ່ງທຸກໆການສໍາພາດເປັນໂອກາດການຮຽນຮູ້ຂອງເຮົາ
ຝຶກຊ້ອມ ແລະ ປັບປຸງຄຳຕອບ ແລະ ພຶດຕິກຳຂອງເຮົາຢ່າງຕໍ່ເນື່ອງ
ຕອບຄຳຖາມດ້ວຍຄວາມຊື່ສັດໂດຍອີງໃສ່ປະສົບການຂອງເຮົາ
ຄວາມໝັ້ນໃຈໃນຄວາມສາມາດຂອງເຮົາຈະເຮັດໃຫ້ປະທັບໃຈ, ແຕ່ໃຫ້ຫຼີກລ່ຽງເບີ່ງຄືວ່າຢີ່ງເກີນໄປ
ເຮົາຕ້ອງຕອບຄຳຖາມໃຫ້ຕົງປະເດັນ ແລະ ຊັດເຈນ
ຫຼີກລຽງການຕອບແບບນອກເລື່ອງ ຫຼື ການຕອບຄຳຖາມທີ່ດົນເກີນໄປແບບນ້ຳຖ້ວມທຸງຈັບປະເດັນບໍ່ໄດ້
ໃຊ້ຕົວຢ່າງທີ່ກ່ຽວຂ້ອງໂດຍຕົງກັບຕໍາແຫນ່ງງານທີ່ເຮົາສະໝັກ
ສະແດງຄວາມສົນໃຈຢ່າງແທ້ຈິງໂດຍການຖາມກ່ຽວກັບເປົ້າໝາຍຂອງບໍລິສັດ, ການເຮັດວຽກເປັນທີມ, ຫຼື ໂອກາດໃນການຈະເລີນເຕີບໂຕຂອງຕຳແໜ່ງງານເປັນແບບໃດ
ຫຼີກເວັ້ນການຖາມກ່ຽວກັບເງິນເດືອນ ຫຼື ຜົນປະໂຫຍດໄວເກີນໄປ ເວັ້ນເສຍແຕ່ຜູ້ສຳພາດຈະຖາມມາກ່ອນ
ນັ່ງຊື່, ຮັກສາສາຍຕາ ຫຼື ສົບສາຍຕາເວລາສົນທະນາ, ແລະ ຍິ້ມແຍ້ມຕາມຄວາມເໝາະສົມ
ຫຼີກລ່ຽງການເຮັດທ່າທາງເຊັ່ນ: ປິດກັ້ນຕົວເອງ, ກອດໜ້າເອິກ, ຫຼື ຂະຫຍັບອ່ຽງຕົວໄປມາຫຼາຍເກີນໄປ
ສະແດງຄວາມຮູ້ບຸນຄຸນສຳລັບເວລາ ແລະ ໂອກາດໃນການສຳພາດ
ຄຳເວົ້າງ່າຍໆ ເຊັ່ນ: “ຂອບໃຈສຳລັບໂອກາດທີ່ໄດ້ເຂົ້າມາພົບປະໂອ້ລົມສຳພາດງານໃນຄັ້ງນີ້”
ຍ່າງເຂົ້າໄປໃນຫ້ອງ ຫຼື ສະຖານທີ່ການສໍາພາດດ້ວຍທັດສະນະຄະຕິທີ່ເຮົາກຽມພ້ອມ ແລະ ສາມາດເຮັດໄດ້
ຄວາມໝັ້ນໃຈຊ່ວຍໃຫ້ເຮົາສື່ສານຢ່າງຈະແຈ້ງ ແລະ ຕອບຄຳຖາມທີ່ບໍ່ຄາດຄິດໄດ້ຢ່າງເປັນມືອາຊີບ
ແຕ່ບໍ່ໃຫ້ໝັ້ນໃຈເກີນໄປ, ໃຫ້ມີຄວາມຖ່ອມຕົວ ແລະ ບໍ່ໂອ້ອວດເກີນໄປ
ການປະຕິບັດຝຶກຊ້ອມເລື້ອຍໆຈະຊ່ວຍໃຫ້ເຮົາເວົ້າໄດ້ຢ່າງຄ່ອງແຄ້ວຫຼາຍຂຶ້ນ, ປັບພາສາກາຍຂອງເຮົາ, ແລະ ຮູ້ຈັກຕົວເອງດີຂຶ້ນ
ການບັນທຶກຝຶກສ້ອມຕົວເຮົາເອງ ຫຼື ຖາມໝູ່ເພື່ອນ ຫຼື ທີ່ໃຫ້ຄຳຄິດເຫັນແນວທາງປັບປຸງໃຫ້ດີຂື້ນ
ໃຫ້ບຸກຄະລິກກະພາບຂອງເຮົາເບີ່ງສົດໃສ ແລະ ເປັນມືອາຊີບ
ເຖິງແມ່ນວ່າເຮົາຮູ້ສຶກຕື່ນເຕັ້ນ, ເຮົາກໍ່ຕ້ອງພະຍາຍາມຮັກສາທັດສະນະຄະຕິທີ່ດີຕະຫຼອດເວລາການສໍາພາດ