ການສັນຫາວ່າຈ້າງແຮງງານ
ພວກເຮົາຊອກຫາ ຫລື ສະຫນອງແຮງງານ ຫລື ຄົນທີ່ເຫມາະສົມກັບຕຳແຫນ່ງງານ ແລະ ພາລະບົດບາດ ເພື່ອເຮັດໃຫ້ທຸກຂະບວນການວຽກງານຂອງທ່ານບັນລຸຜົນ ກໍ່ຄືເປົ້າຫມາຍຂອງທຸລະກິດ.
ທ່ານພົບບັນຫາເຫລົ່ານີ້ບໍ່?
1. ການຈ້າງງານຊັກຊ້າ, ວຽກງານສະສົມເພີ້ມຂື້ນເລື້ອຍໆ ເຮັດໃຫ້ພະນັກງານທີ່ມີຢູ່ຮູ້ສຶກທໍ້ກັບການປະຕິບັດວຽກງານ.
2. ວ່າຈ້າງງານແລ້ວ ຫຼື ຮັບແຮງງານທີ່ບໍ່ເຫມາະສົມກັບຕຳແຫນ່ງງານ ແລະ ພາລະບົດບາດ, ເຮັດໃຫ້ພະນັກງານຢູ່ກັບບໍລິສັດ ຫຼື ອົງກອນ ແຕ່ຢູ່ໄດ້ບໍ່ດົນ ເຮັດໃຫ້ມີການເລີ້ມສັນຫາວ່າຈ້າງງານຄືນໃຫມ່ ເສຍເວລາສົ່ງຜົນໃຫ້ເສຍງົບປະມານໄປໂດຍບໍ່ຄຸ້ມຄ່າ.
3. ຜູ້ສະຫມັກຍົກເລີກການຕອບຮັບວຽກງານທີ່ສະເຫນີໄປ, ເນື່ອງຈາກຊັກຊ້າການຕັດສິນໃຈ ເຮັດໃຫ້ເສຍໂອກາດໃນການຮັບແຮງງານທີ່ມີສີມື ຫຼື ແຮງງານເກັ່ງເຂົ້າມາຮ່ວມງານໃນບໍລິສັດ ຫຼື ອົງກອນ.
4. ຝ່າຍບຸກຄະລາກອນເອງ, ທີ່ບໍ່ເຂົ້າໃຈຫນ້າທີ່ວຽກງານແທ້ຈິງ ເຮັດໃຫ້ຊອກຫາຄົນບໍ່ເຫມາະສົມກັບຕຳແຫນ່ງງານ ຫຼື ພາລະບົດບາດນັ້ນໆ.
5. ການເຂົ້າອອກຂອງແຮງງານ, ທີ່ສູງເກີນມາດຕະຖານ ເນື່ອງຈາກຮັບແຮງງານທີ່ບໍ່ເຫມາະສົມ ແລະ ການຕ້ອນຮັບພະນັກງານຂອງບໍລິສັດບໍ່ເປັນທີ່ຫນ້າປະທັບໃຈ ແລະ ບໍ່ມີຄວາມຊັດເຈນໃນຫນ້າທີ່ວຽກງານ ຫຼື ພາລະບົດບາດຂອງຕຳແຫນ່ງງານ.
ຖ້າວ່າທ່ານພົບບັນຫາດັ່ງທີ່ກ່າວມາ, The Platforms ສາມາດແກ້ໄຂໃຫ້ທ່ານໄດ້.
ຈັດການຄິດໄລ່ ແລະ ເບີກຈ່າຍເງິນເດືອນ
ພວກເຮົາເຮັດໃຫ້ພະນັກງານ ຫຼື ແຮງງານ ໄດ້ຮັບເງິນເດືອນ ແລະ ຜົນປະໂຫຍດອື່ນໆທີ່ທາງບໍລິສັດ ຫຼື ອົງກອນມີໃຫ້ແຮງງານ ໄດ້ຮັບຢ່າງຖືກຕ້ອງ ແລະ ຕົງເວລາໃນການເບີກຈ່າຍ ແລະ ມີຄວາມເປັນທຳ ພາຍໃຕ້ກົດໝາຍແຮງງານ ແລະ ກົດລະບຽບການຄຸ້ມຄອງແຮງງານພາຍໃນຂອງບໍລິສັດ ຫຼື ອົງກອນ.
ທ່ານພົບບັນຫາເຫຼົ່ານີ້ບໍ່?
1. ຄິດໄລ່ເງິນເດືອນ ແລະ ຜົນປະໂຫຍດອື່ນໆ ຜິດພາດ, ເຮັດໃຫ້ເສຍຄວາມໜ້າເຊື່ອຖືຂອງບໍລິສັດ ຫຼື ອົງກອນ.
2. ໄດ້ຮັບຂໍ້ມູນຊ້າບໍ່ທັນຕາມເວລາຮອບວຽນ, ເຮັດໃຫ້ພະນັກງານ ຫຼື ແຮງງານໄດ້ຮັບເງິນເດືອນ ຫຼື ຜົນປະໂຫຍດອື່ນໆບໍ່ຄົບ ຕ້ອງໄດ້ເຮັດການຈ່າຍເງິນເດືອນ ຫຼື ຜົນປະໂຫຍດອື່ນໆຄືນອີກຕື່ມ.
3. ບໍ່ມີຄວາມເຂົ້າໃຈໃນກົດໝາຍແຮງງານພຽງພໍ, ເຮັດໃຫ້ມີຄວາມສ່ຽງຖືກປັບໃຫມ່ ຫຼື ພະນັກງານຮ້ອງຝ້ອງ.
4. ການເບີກຈ່າຍເງີນເດືອນ ຫລື ຜົນປະໂຫຍດອື່ນໆຊັກຊ້າ, ເຮັດໃຫ້ພະນັກງານ ຫຼື ແຮງງານຂາດຄວາມເຊື່ອຖືໃນບໍລິສັດ ຫຼື ອົງກອນ.
5. ບໍ່ມີລະບົບທີ່ຄິດໄລ່ ຫຼື ເຮັດໃຫ້ມັນເປັນແບບຄິດໄລ່ອັດຕະໂນມັດ, ຝ່າຍບຸກຄະລາກອນ ຫຼື ການເງິນບັນຊີ ຕ້ອງໃຊ້ Excel ທຳມະດາທົ່ວໄປໃນການຄິດໄລ່ ເຮັດໃຫ້ຊັກຊ້າ ຫຼື ການເບີກຈ່າຍຊ້າ ພະນັກງານ ຫຼື ແຮງງານຂາດຄວາມເຊື່ອຖືໃນບໍລິສັດ ຫຼື ອົງກອນ.
ຖ້າວ່າທ່ານພົບບັນຫາດັ່ງທີ່ກ່າວມາ, The Platforms ສາມາດແກ້ໄຂໃຫ້ທ່ານໄດ້.
ການພັດທະນານະໂຍບາຍບໍລິຫານແຮງງານ
ພວກເຮົາຊ່ວຍເຮັດໃຫ້ກົດລະບຽບ ຫຼື ນະໂຍບາຍຕ່າງໆຂອງບໍລິສັດ ຫຼື ອົງກອນ ໃຫ້ມີຄວາມຊັດເຈນຂື້ນ ແລະ ມີຄວາມຢຸດຕິທຳ ແລະ ສາມາດແຂ່ງຂັນກັບຕະຫຼາດແຮງງານໄດ້ ເພື່ອດືງດູດ ແລະ ຮັກສາ ຫຼື ສ້າງແຮງຈູງໃຈ ໃຫ້ພະນັກງານ ຫຼື ແຮງງານທີ່ມີຢູ່ ເສີມສ້າງຜົນງານ ຫຼື ເປົ້າໝາຍຂອງບໍລິສັດ ຫຼື ອົງກອນ.
ທ່ານພົບບັນຫາເຫຼົ່ານີ້ບໍ່?
1. ບໍ່ມີນະໂຍບາຍທີ່ຊັດເຈນ ຫຼື ກົດລະບຽບພາຍໃນຂອງບໍລິສັດ ຫຼື ອົງກອນ ໃນການຄຸ້ມຄອງບໍລິຫານແຮງງານ.
2. ລະບົບການໃຫ້ຜົນຕອບແທນ ບໍ່ສາມາດແຂ່ງຂັນກັບຕະຫຼາດແຮງງານໄດ້, ເຮັດໃຫ້ມີການເຂົ້າອອກຢູ່ເລື່ອຍໆ.
3. ສະຫວັດດີການຂອງບໍລິສັດ ຫຼື ອົງກອນ ບໍ່ເຫມາະສົມ ຫຼື ບໍ່ມີຜົນກະທົບໃດໆຕໍ່ການປະຕິບັດໜ້າທີ່ວຽກງານ.
4. ບໍ່ມີໂຄງສ້າງໃນການໃຫ້ຜົນປະໂຫຍດ ຫຼື ບໍ່ມີໂຄງສ້າງຄ່າຕອບແທນທີ່ຊັດເຈນ ແລະ ບໍ່ມີຄວາມໂປ່ງໃສ່, ເຮັດໃຫ້ພະນັກງານ ຫຼື ແຮງງານຮູ້ສຶກບໍ່ມີຄວາມເປັນທຳ.
ຖ້າວ່າທ່ານພົບບັນຫາດັ່ງທີ່ກ່າວມາ, The Platforms ສາມາດແກ້ໄຂໃຫ້ທ່ານໄດ້.
ການໃຫ້ຄຳປຶກສາວຽກງານບຸກຄະລາກອນ
ເປັນຫຍັງທາງລູກຄ້າຈື່ງນຳໃຊ້ບໍລິການ ຂອງພວກເຮົາ ?
ເຫດຜົນກໍ່ຄື:
1. The Platforms ຈະຊ່ວຍປັບປຸງ ຫຼື ພັດທະນາ ການບໍລິຫານແຮງງານ ພາຍໃນບໍລິສັດ ຫຼື ອົງກອນ ໃຫ້ມີຄວາມຊັດເຈນຂື້ນ
2. ເພີ່ມປະສິດທິພາບຂອງພະນັກງານ ຫຼື ແຮງງານ ໃນການປະຕິບັດໜ້າທີ່, ໃຫ້ເປັນມືອາຊີບ ແລະ ໂປຣດັກທີບຢິ່ງຂື້ນ
3. ຊ່ວຍພັກດັນໃຫ້ລູກຄ້າ ຫຼື ບໍລິສັດ ສຳເລັດເປົ້າໝາຍທາງທຸລະກິດ
4. ການດຳເນີນງານແມ່ນຖືກຕ້ອງຕາມກົດໝາຍ ແລະ ໄດ້ມາດຕະຖານ, ຊ່ວຍເຮັດໃຫ້ບໍ່ມີການຖືກປັບໃໝ່ ຫຼື ບໍ່ໄດ້ເສຍຄ່າຕ່າງໆຈາກການກວດສອບຈາກພາກສ່ວນທີ່ກ່ຽວຂ້ອງ
5. ກົດລະບຽບ ແລະ ນະໂຍບາຍຕ່າງໆ ມີຄວາມຊັດເຈນ, ຊ່ວຍເຮັດໃຫ້ພະນັກງານ ຫຼື ແຮງງານ ຮັບຮູ້ ແລະ ເຂົ້າໃຈເປັນຢ່າງດີຕໍ່ການປະຕິບັດ
The Platforms ອອກແບບມາເພື່ອຍົກລະດັບຂະບວນການເຮັດວຽກ ສົ່ງເສີມການຮ່ວມມືພາຍໃນທີມ, ຊ່ວຍຂັບເຄື່ອນທຸລະກິດໃຫ້ເຕີບໃຫຍ່ ແລະ ຊ່ວຍໃຫ້ທຸລະກິດປະສົບຜົນສຳເລັດຢ່າງໝັ້ນຄົງ.