ກ່ຽວກັບພວກເຮົາ | About Us
ກ່ຽວກັບພວກເຮົາ | About Us
ເຊື່ອໝັ້ນ ເພີ່ມຜົນກຳໄລ ຮັບໃຊ້ສັງຄົມ
ສະຖາບັນການເງິນ ຊັບທະວີ ສ້າງຕັ້ງຂື້ນໃນປີ 2016 ເຖີ່ງປະຈຸບັນ, ມີຈຸດປະສົ່ງເພື່ອໃຫ້ບໍລິການ ແລະ ຮັບໃຊ້ສັງຄົມໃຫ້ໄດ້ຮັບຜົນປະໂຫຍດສູງສຸດຈາກການບໍລິການ, ການຊຸກຍູ້ທຶນແກ່ທຸລະກິດຂະໜາດນ້ອຍ - ຂະໜາດກາງ, ສົ່ງເສີມການຜະລິດໃຫ້ເປັນສິນຄ້າ ແລະ ນຳພາພະນັກງານດຳເນີນກິດຈະກຳຂົງເຂດໃຫ້ບໍລິການທຸລະກຳດ້ານການເງິນ, ການທະນາຄານ, ໃຫ້ບໍລິການສິນເຊື່ອ, ວຽກງານປະກັນໄພ, ວຽກງານຫວຍລາວລ້ານຊ້າງ, ແລະ ວຽກງານຈຳໜ່າຍປີ້ຍົນທົ່ວໂລກ.
ພວກເຮົາສ້າງຄວາມເຊື່ອໝັ້ນ, ສ້າງອົງກອນໃຫ້ເຂັ້ມແຂງຈະເລີນຮຸ່ງເຮືອງ ແລະ ພະນັກງານມີຄວາມກ້າວໜ້າ, ມີການພັດທະນາເຕີບໃຫຍ່ໄປນຳກັນ ແລະ ດຳເນີນທຸລະກິດຕາມລະບຽບການກົດໝາຍ ສປປ ລາວ.
ເລີ່ມຕົ້ນການເດີນທາງອາຊີບວຽກງານຂອງທ່ານກັບພວກເຮົາ
ພວກເຮົາຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເໝາະສົມກັບຕຳແໜ່ງງານຂ້າງລູ່ມນີ້
ວຸດທິການສຶກສາ Education
ຈົບປະລິນຍາຕີສາຂາວິທະຍາສາດຄອມພິວເຕີ ຫຼື ທີ່ກ່ຽວຂ້ອງ.
ທັກສະພື້ນຖານ Base Skills
ຄວາມຮູ້ກ່ຽວກັບການເຮັດວຽກຂອງຊອບແວ, ຮາດແວ ແລະແອັບພລິເຄຊັນຕ່າງໆ.
ທັກສະການວິເຄາະເພື່ອແກ້ໄຂບັນຫາ.
ທັກສະດ້ານບຸກຄະລາກອນ ແລະ ການສ້າງຄວາມສໍາພັນທີ່ເຂັ້ມແຂງ.
ຄວາມສາມາດໃນການບໍລິຫານເວລາ ແລະຈັດລໍາດັບຄວາມສໍາຄັນວຽກງານຢ່າງມີປະສິດທິພາບ.
ທັກສະການສື່ສານທາງປາກເວົ້າ ແລະ ການຂຽນທີ່ດີ.
ຊໍານິຊໍານານໃນ Microsoft Office.
ມີຄວາມຫ້າວຫັນຕໍ່ໜ້າທີີ່ວຽກງານທີີ່ໄດ້ຮັບມອບໝາຍ ແລະ ມີຫົວຄິດປະດິດສ້າງໃນການປະຕິບັດວຽກງານ
ເຄີຍຜ່ານວຽກງານ Experience
ປະສົບການ 5+ ປີໃນພາລະບົດບາດດ້ານ IT.
ມີຄວາມຊຽວຊານໃນວຽກງານ IT, Website & Application
ຜົນປະໂຫຍດ Benefits
ປະກັນສັງຄົມ
ກອງທຶນພະນັກງານ
ລາພັກເຈັບເປັນ, ລາພັກປະຈຳປີ, ລາພັກເກີດລູກ, ຕາມກົດໝາຍແຮງງານ
ຊຸດເຄື່ອງແບບພະນັກງານ, ພາຍຫຼັງຖືກບັນຈຸເປັນພະນັກງານຖາວອນ
ຂໍ້ມູນຕິດຕໍ່, ສະຖານທີ່ Contact & Location
ເບີໂທຕິດຕໍ່ | Contact Number |: +856 20 5868 0506
ອິເມວ | E-Mail |: hr@sapthavy.com
ຢືນເອກະສານທີ່ | Submit Application |: ບ້ານ: ສີໄຄທົ່ງ, ເມືອງ: ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ລາຍລະອຽດໜ້າທີ່ວຽກງານ | JD
ຕຳແໜ່ງງານ: ຫົວໜ້າຂະແໜງຂໍ້ມູນຂ່າວສານເຕັກໂນໂລຊີ (IT)
ລາຍງານເຖິ່ງຕຳແໜ່ງງານ: ຜູ້ອຳນວຍການພະແນກບໍລິຫານ ແລະ ບຸກຄະລາກອນ
ສະຖານທີ່: ບ້ານ: ສີໄຄທົ່ງ, ເມືອງ: ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ປະເພດສັນຍາ: ພະນັກງານເຕັມເວລາ, ສັນຍາເປີດບໍ່ມີກຳນົດ
ຈຸດປະສົ່ງຂອງຕຳແໜ່ງງານ
ຄຸ້ມຄອງ ແລະ ບໍລິຫານລະບົບເຕັກໂນໂລຊີຂໍ້ມູນຂ່າວສານທັງໝົດ ໃຫ້ສາມາດຮັບໃຊ້ວຽກງານບໍລິການ, ຕິດຕາມການນຳໃຊ້ໂປແກຣມຄຸ້ມຄອງ ແລະ ໂປແກຣມ ສະຖາບັນການເງິນ ຊັບທະວີ, ການບັນທືກປ້ອນຂໍ້ມູນເຂົ້າໃນລະບົບໂປແກຣມຄຸ້ມຄອງ ແລະ ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນໃນການບໍລິການທຸກຊ່ອງທາງ, ປະສານສົມທົບກັບພາກສ່ວນຕ່າງໆ ຕໍ່ກັບການດຳເນີນງານດ້ານການບໍລິການທາງເອເລັກໂທຣນິກ, ສ້າງແຜນງານຢ່າງເປັນລະບົບ ເພື່ອກຳນົດທິດທາງການພັດທະນາຍົກລະດັບລະບົບ ແລະ ການໃຫ້ບໍລິການທາງເອເລັກໂທຣນິກ ພ້ອມທັງລາຍງານການເຄື່ອນໄຫວວຽກງານໃຫ້ຫົວໜ້າ ຫຼື ຄະນະອຳນວຍການຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ
ຮັບຜິດຊອບໜ້າທີ່ວຽກງານ
1. ຄຸ້ມຄອງບໍລິຫານ ແລະ ແກ້ໄຂບັນຫາລະບົບໂຄງລ່າງພື້ນຖານ ທັງໝົດທົົ່ວປະເທດ ເພື່ອຮັບປະກັນການເຊື່ອມຕໍ່ ແລະ ດຳເນີນການຂາຍຫວຍໄດ້ຢ່າງເປັນປົກກະຕິ, ບຳລຸງຮັກສາລະບົບໃຫ້ມີຄວາມສະຖຽນ ແລະ ບໍ່ຂັດຂ້ອງ
2. ສືກສາ, ພັດທະນາ, ຍົກລະດັບ, ປັບປຸງ, ແກ້ໄຂ ແລະ ເພີີ່ມຂີດຄວາມສາມາດ ຂອງ Application ໃນແຕ່ລະໄລຍະ ເພື່ອຮັບໃຊ້ລູກຄ້າອອນລາຍໃນທົົ່ວປະເທດ ແລະ ແຂ່ງຂັນກັບຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດໃນປັດຈຸບັນ
3. ຄຸ້ມຄອງກວດກາອຸປະກອນໄອທີຂອງສະຖາບັນ, ບັນຊີອຸປະກອນໄອທີຂອງສະຖາບັນ, ກວດກາຄວາມພ້ອມບັນດາອຸປະກອນ, ກວດກາບັນດາໂປຣແກຣມໃຫ້ມີຄວາມພ້ອມໃຊ້, ກວດກາລະບົບຄວາມປອດໄພ
4. ຄຸ້ມຄອງກວດກາລະບົບອິນເຕີເນັດ ແລະ ເຄືອຂ່າຍຫຼັກ, ກວດກາລະບົບອິນເຕີເນັດເປັນປົກກະຕິປະຈຳວັນ, ກວດກາລະບົບຫຼັກເຄືອຂ່າຍປະຈຳວັນ, ກວດກາລະບົບ Web Hosting ປະຈຳວັນ, ແຕ້ມແຜນວາດລະບົບເຄືອຂ່າຍອິນເຕີເນັດ
5. ຄຸ້ມຄອງກວດກາລະບົບໂປຣແກຣມຂອງສະຖາບັນ, ກວດກາບັນດາໂປຣແກຣມນຳໃຊ້ສະເພາະ, ກວດກາການນຳໃຊ້ໂປຣແກຣມປະຈຳວັນ, ປັບປຸງຄູ່ມືການນຳໃຊ້ລະບົບ
6. ຄຸ້ມຄອງຕິດຕາມ ແລະ ຕິດຕັັ້ງລະບົບກອງວົງຈອນປິດ, ຄຸ້ມຄອງຕິດຕາມ ແລະ ຕິດຕັັ້ງລະບົບເຕືອນໄພ, ຄຸ້ມຄອງກວດກາລະບົບໄຟຟ້າສຳຮອງ, ຄຸ້ມຄອງບໍລິຫານຈັດການຄວາມປອດໄພຂອງຜູ້ໃຊ້ງານ (ລູກຄ້າ) ທົົ່ວປະເທດ
7. ຄຸ້ມຄອງ, ປະສານງານ ແລະ ສະໜອງຂໍ້ມູນຕ່າງໆ ທີີ່ກ່ຽວຂ້ອງກັບລະບົບການຂາຍ ແລະ Application
8. ພັດທະນາ ແລະ ຄຸ້ມຄອງ ການເຊື່ອມຕໍ່ລະຫວ່າງລະບົບບໍລິການ ແລະ ລະບົບການລາຍງານຂອງ ສະຖາບັນການເງິນ ຊັບທະວີ
9. ອອກແບບ ແລະ ພັດທະນາລະບົບໂປຣແກຣມ, ຄຸ້ມຄອງ ແລະ ພັດທະນາ Website ຂອງສະຖາບັນການເງິນ ຊັບທະວີ
10. ສ້າງແຜນກ່ຽວກັບວຽກງານ IT Support ແລະ ອຸປະກອນ ໄອທີ ທົົ່ວໄປ ທີີ່ຕ້ອງເອົາມາປະກອບຮັບໃຊ້ວຽກງານສະຖາບັນການເງິນ ຊັບທະວີ
11. ຕິດຕັັ້ງ, ສ້ອມແປງ, ຊ່ວຍເຫຼືອ, ສະໜອງດ້ານເຕັກນິກ ບຳລຸງຮັກສາເຄື່ອງຄອມພິວເຕີ ແລະ ຕິດຕາມບັນດາ ອຸປະກອນ IT
12. ຄຸ້ມຄອງ, ບໍລິຫານ ແລະ ຕິດຕາມ ສູນຂໍ້ມູນຫຼັກ ທີີ່ຄອບຄຸມລະບົບ ສະຖາບັນການເງິນ ຊັບທະວີ
13. ວິເຄາະ, , ພັດທະນາ, ຕິດຕາມ ແລະ ອອກແບບໂຄງສ້າງລະບົບການເຊື່ອມຕໍ່ຂອງ Application
14. ປະຕິບັດໜ້າທີີ່ວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າ
ປະສົບການທີ່ຕ້ອງການ
1. ປະສົບການ 5+ ປີໃນພາລະບົດບາດດ້ານ IT.
ຄວາມຊຳນານທີ່ຕ້ອງການ
ມີຄວາມຊຽວຊານໃນວຽກງານ IT, Website & Application
ທັກສະທີ່ຕ້ອງການ
1. ຄວາມຮູ້ກ່ຽວກັບການເຮັດວຽກຂອງຊອບແວ, ຮາດແວ ແລະແອັບພລິເຄຊັນຕ່າງໆ.
2. ທັກສະການວິເຄາະເພື່ອແກ້ໄຂບັນຫາ.
3. ທັກສະດ້ານບຸກຄະລາກອນ ແລະ ການສ້າງຄວາມສໍາພັນທີ່ເຂັ້ມແຂງ.
4. ຄວາມສາມາດໃນການບໍລິຫານເວລາ ແລະຈັດລໍາດັບຄວາມສໍາຄັນວຽກງານຢ່າງມີປະສິດທິພາບ.
5. ທັກສະການສື່ສານທາງປາກເວົ້າ ແລະ ການຂຽນທີ່ດີ.
6. ຊໍານິຊໍານານໃນ Microsoft Office.
7. ມີຄວາມຫ້າວຫັນຕໍ່ໜ້າທີີ່ວຽກງານທີີ່ໄດ້ຮັບມອບໝາຍ ແລະ ມີຫົວຄິດປະດິດສ້າງໃນການປະຕິບັດວຽກງານ
ວູດທິການສຶກສາ
ຈົບປະລິນຍາຕີສາຂາວິທະຍາສາດຄອມພິວເຕີ ຫຼື ທີ່ກ່ຽວຂ້ອງ.