ກ່ຽວກັບພວກເຮົາ | About Us
ກ່ຽວກັບພວກເຮົາ | About Us
ເຊື່ອໝັ້ນ ເພີ່ມຜົນກຳໄລ ຮັບໃຊ້ສັງຄົມ
ສະຖາບັນການເງິນ ຊັບທະວີ ສ້າງຕັ້ງຂື້ນໃນປີ 2016 ເຖີ່ງປະຈຸບັນ, ມີຈຸດປະສົ່ງເພື່ອໃຫ້ບໍລິການ ແລະ ຮັບໃຊ້ສັງຄົມໃຫ້ໄດ້ຮັບຜົນປະໂຫຍດສູງສຸດຈາກການບໍລິການ, ການຊຸກຍູ້ທຶນແກ່ທຸລະກິດຂະໜາດນ້ອຍ - ຂະໜາດກາງ, ສົ່ງເສີມການຜະລິດໃຫ້ເປັນສິນຄ້າ ແລະ ນຳພາພະນັກງານດຳເນີນກິດຈະກຳຂົງເຂດໃຫ້ບໍລິການທຸລະກຳດ້ານການເງິນ, ການທະນາຄານ, ໃຫ້ບໍລິການສິນເຊື່ອ, ວຽກງານປະກັນໄພ, ວຽກງານຫວຍລາວລ້ານຊ້າງ, ແລະ ວຽກງານຈຳໜ່າຍປີ້ຍົນທົ່ວໂລກ.
ພວກເຮົາສ້າງຄວາມເຊື່ອໝັ້ນ, ສ້າງອົງກອນໃຫ້ເຂັ້ມແຂງຈະເລີນຮຸ່ງເຮືອງ ແລະ ພະນັກງານມີຄວາມກ້າວໜ້າ, ມີການພັດທະນາເຕີບໃຫຍ່ໄປນຳກັນ ແລະ ດຳເນີນທຸລະກິດຕາມລະບຽບການກົດໝາຍ ສປປ ລາວ.
ເລີ່ມຕົ້ນການເດີນທາງອາຊີບວຽກງານຂອງທ່ານກັບພວກເຮົາ
ພວກເຮົາຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເໝາະສົມກັບຕຳແໜ່ງງານຂ້າງລູ່ມນີ້
ວຸດທິການສຶກສາ Education
ຈົບປະລິນຍາຕີຂື້ນໄປ, ການຕະຫຼາດ ຫຼື ດ້ານການຄົ້ນຄວ້າຕະຫຼາດ ຫຼື ຄ້າຍຄືກັນ.
ທັກສະພື້ນຖານ Base Skills
ທັກສະການສື່ສານທາງປາກເວົ້າ ແລະ ການຂຽນທີ່ດີ.
ຊໍານິຊໍານານໃນ Microsoft Office ແລະ ທັກສະ IT ພື້ນຖານ.
ມີຄວາມຫ້າວຫັນຕໍ່ໜ້າທີີ່ວຽກງານທີີ່ໄດ້ຮັບມອບໝາຍ ແລະ ມີຫົວຄິດປະດິດສ້າງໃນການປະຕິບັດວຽກງານ
ເຄີຍຜ່ານວຽກງານ Experience
ປະສົບການຝ່າຍການຕະຫຼາດ ຫຼື ການຂາຍມາກ່ອນ
ຜົນປະໂຫຍດ Benefits
ປະກັນສັງຄົມ
ກອງທຶນພະນັກງານ
ລາພັກເຈັບເປັນ, ລາພັກປະຈຳປີ, ລາພັກເກີດລູກ, ຕາມກົດໝາຍແຮງງານ
ຊຸດເຄື່ອງແບບພະນັກງານ, ພາຍຫຼັງຖືກບັນຈຸເປັນພະນັກງານຖາວອນ
ຂໍ້ມູນຕິດຕໍ່, ສະຖານທີ່ Contact & Location
ເບີໂທຕິດຕໍ່ | Contact Number |: +856 20 5868 0506
ອິເມວ | E-Mail |: hr@sapthavy.com
ຢືນເອກະສານທີ່ | Submit Application |: ບ້ານ: ສີໄຄທົ່ງ, ເມືອງ: ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ລາຍລະອຽດໜ້າທີ່ວຽກງານ | JD
ຕຳແໜ່ງງານ: ວີຊາການການຕະຫຼາດ
ລາຍງານເຖິ່ງຕຳແໜ່ງງານ: ຫົວໜ້າຂະແໜງການຕະຫຼາດ
ສະຖານທີ່: ບ້ານ: ສີໄຄທົ່ງ, ເມືອງ: ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ປະເພດສັນຍາ: ພະນັກງານເຕັມເວລາ, ສັນຍາເປີດບໍ່ມີກຳນົດ
ຈຸດປະສົ່ງຂອງຕຳແໜ່ງງານ
ຈັດຕັັ້ງປະຕິບັດວຽກງານລວມຂອງພະແນກການຕະຫຼາດ, ເປັນຜູ້ດູແລລູກຄ້າປະສານງານກັບລູກຄ້າ ແລະ ເປັນຜູ້ດູແລທຸກຊ່ອງທາງອອນລາຍ ແລະ ອ້ອບລາຍບໍ່ວ່າຈະເປັນ Social Media ຫຼື ທາງດ້ານ Website, ຊ່ວຍຕອບຄຳຖາມລູກຄ້າ, ດູແລລູກຄ້າທຸກຊ່ອງທາງ, ຄຸ້ມຄອງ, ຄວບຄຸມວຽກງານການສ້າງສື່ໂຄສະນາທີີ່ຫລາກຫລາຍ ໃຫ້ມີຄຸນນະພາບ ທັນຍຸກສະໄຫມ ແລະ ເປັນເອກະລັກໂດດເດັົ່ນສະເພາະ, ສັງລວມລາຍງານ ສະພາບການປ່ຽນແປງ
ຮັບຜິດຊອບໜ້າທີ່ວຽກງານ
1. ປະຕິບັດວຽກງານຄຳສັ່ງຈາກຫົວໜ້າ ແລະ ກຣາບຟິກດີຊາຍເນີ້ ມາຈັດລຽງຕາຕະລາງ ໃນການໂພສ ແຕ່ລະຊ່ອງທາງ ເພື່ອໃຫ້ເກີດການສ້າງຄວາມສຳພັນກັບກຸ່ມເປົ້າໝາຍ ຈົນເຖິງຂະບວນການຊື່ຂາຍ ຫຼື ໃຊ້ບໍລິການ
2. ຊ່ວຍຕອບຄຳຖາມລູກຄ້າ, ດູແລລູກຄ້າ ທຸກຊ່ອງທາງ; Offline ແລະ Online
3. ຊ່ວຍວຽກງານການຈັດງານ ກິດຈະກຳທາງດ້ານການຕະຫລາດ ແລະ ອື່ນໆທີີ່ກ່ຽວຂ້ອງ
4. ສ້າງຊ່ອງທາງການສື່ສານ ແລະ ໂຄສະນາປະຊາສຳພັນທີີ່ມີປະສິດທິພາບ
5. ຊ່ວຍຄົ້ນຄວ້າວິທີການ ແລະ ຮູບແບບການໂຄສະນາການນຳໃຊ້ບໍລິການ ແລະ ຜະລິດຕະພັນ ຂອງສະຖາບັນການເງິນ ຊັບທະວີ
6. ນຳສະເໜີຄວາມຄິດເຫັນ ໃນການປັບປຸງວຽກງານ ທີີ່ຕົນຮັບຜິດຊອບ ຕໍ່ຫົວໜ້າເພື່ອປັບປຸງແກ້ໄຂວຽກງານ ໃຫ້ທັນກັບສະພາບການ ແລະ ເປັນເຈົັ້າການປະສານງານກັບພາກສ່ວນກ່ຽວຂ້ອງ
7. ຊ່ວຍປະສານກັບພະແນກກ່ຽວຂ້ອງ ເພື່ອຈັດຕັັ້ງງານສະແດງຜະລິດຕະພັນ ຫຼື ອອກງານ ຕ່າງໆ ເພື່ອສົົ່ງເສີມການຂາຍ, ພ້ອມທັງປະກອບສ່ວນເປັນເຈົ້າການໃນກິດຈະກຳຂະບວນການດ້ານຕ່າງໆຂອງ ສະຖາບັນການເງິນ ຊັບທະວີ
8. ປະຕິບັດໜ້າທີີ່ວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າ
ປະສົບການທີ່ຕ້ອງການ
1. ປະສົບການຝ່າຍການຕະຫຼາດ ຫຼື ການຂາຍມາກ່ອນ
ຄວາມຊຳນານທີ່ຕ້ອງການ
ການສະໜັບສະໜູນ ຫຼື ຊ່ວຍວຽກງານການຕະຫຼາດ ແລະ ການຂາຍ
ທັກສະທີ່ຕ້ອງການ
1. ທັກສະການສື່ສານທາງປາກເວົ້າ ແລະ ການຂຽນທີ່ດີ.
2. ຊໍານິຊໍານານໃນ Microsoft Office ແລະ ທັກສະ IT ພື້ນຖານ.
3. ມີຄວາມຫ້າວຫັນຕໍ່ໜ້າທີີ່ວຽກງານທີີ່ໄດ້ຮັບມອບໝາຍ ແລະ ມີຫົວຄິດປະດິດສ້າງໃນການປະຕິບັດວຽກງານ
ວູດທິການສຶກສາ
ຈົບປະລິນຍາຕີຂື້ນໄປ, ການຕະຫຼາດ ຫຼື ດ້ານການຄົ້ນຄວ້າຕະຫຼາດ ຫຼື ຄ້າຍຄືກັນ.