ກ່ຽວກັບພວກເຮົາ | About Us
ກ່ຽວກັບພວກເຮົາ | About Us
ເຊື່ອໝັ້ນ ເພີ່ມຜົນກຳໄລ ຮັບໃຊ້ສັງຄົມ
ສະຖາບັນການເງິນ ຊັບທະວີ ສ້າງຕັ້ງຂື້ນໃນປີ 2016 ເຖີ່ງປະຈຸບັນ, ມີຈຸດປະສົ່ງເພື່ອໃຫ້ບໍລິການ ແລະ ຮັບໃຊ້ສັງຄົມໃຫ້ໄດ້ຮັບຜົນປະໂຫຍດສູງສຸດຈາກການບໍລິການ, ການຊຸກຍູ້ທຶນແກ່ທຸລະກິດຂະໜາດນ້ອຍ - ຂະໜາດກາງ, ສົ່ງເສີມການຜະລິດໃຫ້ເປັນສິນຄ້າ ແລະ ນຳພາພະນັກງານດຳເນີນກິດຈະກຳຂົງເຂດໃຫ້ບໍລິການທຸລະກຳດ້ານການເງິນ, ການທະນາຄານ, ໃຫ້ບໍລິການສິນເຊື່ອ, ວຽກງານປະກັນໄພ, ວຽກງານຫວຍລາວລ້ານຊ້າງ, ແລະ ວຽກງານຈຳໜ່າຍປີ້ຍົນທົ່ວໂລກ.
ພວກເຮົາສ້າງຄວາມເຊື່ອໝັ້ນ, ສ້າງອົງກອນໃຫ້ເຂັ້ມແຂງຈະເລີນຮຸ່ງເຮືອງ ແລະ ພະນັກງານມີຄວາມກ້າວໜ້າ, ມີການພັດທະນາເຕີບໃຫຍ່ໄປນຳກັນ ແລະ ດຳເນີນທຸລະກິດຕາມລະບຽບການກົດໝາຍ ສປປ ລາວ.
ເລີ່ມຕົ້ນການເດີນທາງອາຊີບວຽກງານຂອງທ່ານກັບພວກເຮົາ
ພວກເຮົາຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເໝາະສົມກັບຕຳແໜ່ງງານຂ້າງລູ່ມນີ້
ວຸດທິການສຶກສາ Education
ຈົບປະລິນຍາຕີຂື້ນໄປ, ການຕະຫຼາດ ຫຼື ດ້ານການຄົ້ນຄວ້າຕະຫຼາດ ຫຼື ຄ້າຍຄືກັນ.
ທັກສະພື້ນຖານ Base Skills
ທັກສະການຈັດຕັ້ງທີ່ດີເລີດ ແລະ ຮັດກຸມລາຍລະອຽດ.
ຄວາມສາມາດເຮັດໃຫ້ຂໍ້ມູນທີ່ຊັບຊ້ອນເຂົ້າໄປໃນຮູບແບບທີ່ເຂົ້າໃຈງ່າຍ.
ຊໍານິຊໍານານໃນ Microsoft Office, ຖານຂໍ້ມູນ ແລະ ຊຸດສະຖິຕິ.
ມີຄວາມຫ້າວຫັນຕໍ່ໜ້າທີີ່ວຽກງານທີີ່ໄດ້ຮັບມອບໝາຍ ແລະ ມີຫົວຄິດປະດິດສ້າງໃນການປະຕິບັດວຽກງານ
ເຄີຍຜ່ານວຽກງານ Experience
ປະສົບການທີ່ຜ່ານມາໃນການຄົ້ນຄວ້າຕະຫຼາດ ແລະ ການວິເຄາະ
ປະສົບການເປັນຫົວໜ້າ ຫຼື ຜູ້ຈັດການຝ່າຍການຕະຫຼາດ ຫຼື ການຂາຍມາກ່ອນ
ຜົນປະໂຫຍດ Benefits
ປະກັນສັງຄົມ
ກອງທຶນພະນັກງານ
ລາພັກເຈັບເປັນ, ລາພັກປະຈຳປີ, ລາພັກເກີດລູກ, ຕາມກົດໝາຍແຮງງານ
ຊຸດເຄື່ອງແບບພະນັກງານ, ພາຍຫຼັງຖືກບັນຈຸເປັນພະນັກງານຖາວອນ
ຂໍ້ມູນຕິດຕໍ່, ສະຖານທີ່ Contact & Location
ເບີໂທຕິດຕໍ່ | Contact Number |: +856 20 5868 0506
ອິເມວ | E-Mail |: hr@sapthavy.com
ຢືນເອກະສານທີ່ | Submit Application |: ບ້ານ: ສີໄຄທົ່ງ, ເມືອງ: ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ລາຍລະອຽດໜ້າທີ່ວຽກງານ | JD
ຕຳແໜ່ງງານ: ຜູ້ຈັດການຂະແໜງການຕະຫຼາດ
ລາຍງານເຖິ່ງຕຳແໜ່ງງານ: ຜູ້ອຳນວຍການພະແນກການຕະຫຼາດ
ສະຖານທີ່: ບ້ານ: ສີໄຄທົ່ງ, ເມືອງ: ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ປະເພດສັນຍາ: ພະນັກງານເຕັມເວລາ, ສັນຍາເປີດບໍ່ມີກຳນົດ
ຈຸດປະສົ່ງຂອງຕຳແໜ່ງງານ
ຊ່ວຍຊີ້ນຳລວມວຽກງານຂອງພະແນກ, ໃຫ້ທິດຊີ້ນຳແກ່ພາກສ່ວນ, ຂະແໜງ, ການຕະຫຼາດ, ວິໃຈການຕະຫຼາດ, ປະຕິບັດວຽກງານໃຫ້ສຳເລັດຕາມລະດັບຄາດໝາຍ, ຈັດຫາ ແລະ ພົວພັນສື່ ຫຼື ຊ່ອງທາງໂຄສະນາຕ່າງໆ ເພື່ອນຳສະເໜີໂຄສະນາຜະລິດຕະພັນ ແລະ ການບໍລິການຂອງ ສະຖາບັນການເງິນ ຊັບທະວີ, ຊ່ວຍຄົ້ນຄວ້າເນື້ອໃນ, ຮູບການໂຄສະນາ (Art Work, ສະຄຼິບໂຄສະນາ, ຄຸນລັກສະນະ ຂອງຜະລິດຕະພັນ ແລະ ບົດຂ່າວຕ່າງໆ) ພ້ອມທັງສືກສາກຸ່ມລູກຄ້າເປົ້າໝາຍຂອງການໂຄສະນາໃຫ້ຈະແຈ້ງ, ເພື່ອຮັບປະກັນໃຫ້ໄດ້ຮັບໝາກຜົນຢ່າງເຕັມເມັດເຕັມໜ່ວຍຈາກການລົງໂຄສະນາ, ວາງແຜນ ນຳພາຄຸ້ມຄອງ ຈັດຕັັ້ງປະຕິບັດແຜນການດຳເນີນວຽກງານ ໃຫ້ບັນລຸຕາມເປົ້າຫມາຍທາງດ້ານທຸລະກິດ
ຮັບຜິດຊອບໜ້າທີ່ວຽກງານ
1. ຊ່ວຍຄົ້ນຄວ້າສືກສາຂໍ້ມູນ ແຜ່ນພັດທະນາການຂາຍ ເພື່ອນຳສະເໜີທິດທາງການຂະຫຍາຍຕະຫຼາດ, ສ້າງແຜນຍຸດທະສາດ ແລະ ແຜນທຸລະກິດການຂາຍ ຜະລິດຕະພັນ ຂອງສະຖາບັນການເງິນ ຊັບທະວີ
2. ສະໜັບສະໜູນການນຳເອົາແຜນຍຸດທະສາດດ້ານວຽກງານການຕະຫຼາດ ທີີ່ຖືກຮັບຮອງຈາກຄະນະອຳນວຍການມາສ້າງເປັນແຜ່ນອັນລະອຽດ ໂດຍສົມທົບກັບພາກສ່ວນທີີ່ກ່ຽວຂ້ອງ ເພື່ອຈັດຕັັ້ງປະຕິບັດວຽກການຂາຍໃຫ້ສອດຄ່ອງກັບຍຸດທະສາດ ແຕ່ລະໄລຍະ
3. ຊ່ວຍທົບທວນການຈັດຕັັ້ງປະຕິບັດແຜ່ນຍຸດທະສາດການຕະຫຼາດ ກໍ່ຄືແຜ່ນການຂາຍ ເປັນແຕ່ລະເດືອນ, ໄຕມາດ ແລະ ປີ
4. ຊ່ວຍດຳເນີນການກຳນົດແຜນການຕະຫລາດ ປະຕິທິນການຕະຫລາດ ນະໂຍບາຍການສົົ່ງເສີມການຕະຫລາດ ຂອງສະຖາບັນການເງິນ ຊັບທະວີ, ເພື່ອໃຫ້ບັນລຸເປົ້າຫມາຍທາງດ້ານທຸລະກິດ.
5. ດຳເນີນປະຕິບັດແຜ່ນການຂາຍ ແຜນປະຕິບັດງານ ເພື່ອດືງດູດໃຫ້ລູກຄ້າຮ່ວມໃຊ້ບໍລິການ ແລະ ຮ່ວມທຸລະກິດນຳ ສະຖາບັນການເງິນ ຊັບທະວີ
6. ດຳເນີນປະຕິບັດແຜ່ນການໂຄສະນາ ກົນລະຍຸດ ແລະ ເປົ້າຫມາຍໃນການສື່ສານການໂຄສະນາ ເພື່ອໃຫ້ບັນລຸເປົ້າຫມາຍຂອງສະຖາບັນການເງິນ ຊັບທະວີ
7. ລາຍງານຜົນການຈັດຕັັ້ງປະຕິບັດແຜ່ນງານ, ພັກດັນຍຸດທະສາດການຕະຫຼາດ ເປັນແຕ່ລະໄລຍະ ພ້ອມທັງແນວທາງການແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງ
8. ປະຕະບັດຄວບຄຸມວຽກງານການສ້າງສື່ໂຄສະນາທີີ່ຫລາກຫລາຍ ໃຫ້ມີຄຸນນະພາບ ທັນຍຸກສະໄຫມ ແລະ ເປັນເອກະລັກໂດດເດັ່ນສະເພາະຂອງ ສະຖາບັນການເງິນ ຊັບທະວີ
9. ປະຕິບັດວຽກງານການຈັດງານ ກິດຈະກຳທາງດ້ານການຕະຫລາດ ແລະ ອື່ນໆທີີ່ກ່ຽວຂ້ອງ ຄຸ້ມຄອງສ້າງຊ່ອງທາງການສື່ສານ ແລະໂຄສະນາປະຊາສຳພັນທີີ່ມີປະສິດທິພາບ
10. ຊ່ວຍພັດທະນາການສື່ສານ Branding ທາງສັງຄົມອອນລາຍ Digital Marketing
11. ສືກສາຄົ້ນຄ້ວາເນື້ອໃນ, ຮູບການໂຄສະນາ (Art Work, ສະຄຼິບໂຄສະນາ, ຄຸນລັກສະນະ ຂອງຜະລິດຕະພັນ, ບົດຂ່າວຕ່າງໆ) ພ້ອມທັງສືກສາກຸ່ມລູກຄ້າເປົ້າໝາຍຂອງການໂຄສະນາໃຫ້ຈະແຈ້ງ, ເພື່ອຮັບປະກັນໃຫ້ໄດ້ຮັບໝາກຜົນຢ່າງເຕັມປະສິດທິພາບເຕັມເມັດເຕັມໜ່ວຍຈາກການລົງໂຄສະນາ
12. ກວດກາການວິເຄາະ ແລະ ລາຍງານ ງົບປະມານຄ່າໃຊ້ຈ່າຍ ໃນແຕ່ລະວຽກ ປະເມິນຜົນໄດ້ຮັບ ຂໍ້ດີຂໍ້ເສຍເພື່ອການປັບປຸງພັດທະນາ ແລະ ນຳສະເຫນີແນວທາງຕໍ່ໄປ
13. ປະສານກັບພະແນກກ່ຽວຂ້ອງ ເພື່ອຈັດຕັັ້ງງານສະແດງຜະລິດຕະພັນ ຫຼື ອອກງານບູດຕ່າງໆ ເພື່ອສົົ່ງເສີມການຂາຍ, ພ້ອມທັງປະກອບສ່ວນເປັນເຈົ້າການໃນກິດຈະກຳຂະບວນການດ້ານຕ່າງໆຂອງສະຖາບັນການເງິນ ຊັບທະວີ
14. ຮ່ວມສ້າງເຄື່ອຂ່າຍ ການພົວພັນກັບລູກຄ້າ ແລະ ຄູ່ຮ່ວມທຸລະກິດ ເພື່ອສ້າງຜົນປະໂຫຍດຮ່ວມກັນໃນໄລຍະຍາວ
15. ຊ່ວຍວຽກງານການສ້າງແຜ່ນການ ໃນການບໍລິຫານເຄື່ອຄ່າຍລູກຄ້າສຳພັນ (CRM), ໄລຍະສັັ້ນ, ໄລຍະກາງ ແລະ ຍາວນານ
16. ພົວພັນ, ປະສານງານ ນຳບັນດາອົງກອນທຸລະກິດຕ່າງໆ ແລະ ປະຕິບັດໜ້າທີີ່ອື່ນໆ ຕາມການມອບໝາຍຂອງຄະນະອຳນວຍການ.
ປະສົບການທີ່ຕ້ອງການ
1. ປະສົບການທີ່ຜ່ານມາໃນການຄົ້ນຄວ້າຕະຫຼາດ ແລະ ການວິເຄາະ
2. ປະສົບການເປັນຫົວໜ້າ ຫຼື ຫົວໜ້າທີມຝ່າຍການຕະຫຼາດ ຫຼື ການຂາຍມາກ່ອນ
ຄວາມຊຳນານທີ່ຕ້ອງການ
ການຄົ້ນຄວ້າຕະຫຼາດ ແລະ ການວິເຄາະ, ຄວາມສາມາດໃນການເຂົ້າໃຈ ແລະ ຕີຄວາມໝາຍຍຸດທະສາດຄູ່ແຂ່ງ ແລະ ພຶດຕິກໍາຂອງຜູ້ບໍລິໂພກ, ຄວາມຮູ້ຍຸດທະສາດການຕະຫຼາດ.
ທັກສະທີ່ຕ້ອງການ
1. ຄວາມສາມາດໃນການເກັບກໍາຂໍ້ມູນຈໍານວນຫຼວງຫຼາຍ ແລະ ປ່ຽນເປັນການວິເຄາະທີ່ມີຄວາມຫມາຍ.
2. ທັກສະການຈັດຕັ້ງທີ່ດີເລີດ ແລະ ຮັດກຸມລາຍລະອຽດ.
3. ຄວາມສາມາດໃນການເຮັດວຽກພາຍໃຕ້ຄວາມກົດດັນ
4. ທັກສະການສື່ສານທາງປາກເວົ້າ ແລະ ການຂຽນທີ່ດີ.
5. ຄວາມສາມາດເຮັດໃຫ້ຂໍ້ມູນທີ່ຊັບຊ້ອນເຂົ້າໄປໃນຮູບແບບທີ່ເຂົ້າໃຈງ່າຍ.
6. ຊໍານິຊໍານານໃນ Microsoft Office, ຖານຂໍ້ມູນ ແລະ ຊຸດສະຖິຕິ.
7. ມີຄວາມຫ້າວຫັນຕໍ່ໜ້າທີີ່ວຽກງານທີີ່ໄດ້ຮັບມອບໝາຍ ແລະ ມີຫົວຄິດປະດິດສ້າງໃນການປະຕິບັດວຽກງານ
ວູດທິການສຶກສາ
ຈົບປະລິນຍາຕີຂື້ນໄປ, ການຕະຫຼາດ ຫຼື ດ້ານການຄົ້ນຄວ້າຕະຫຼາດ ຫຼື ຄ້າຍຄືກັນ.