ກ່ຽວກັບພວກເຮົາ | About Us
ກ່ຽວກັບພວກເຮົາ | About Us
We are the first officially licensed and regulated institution in Laos
We are the first officially licensed and regulated institution in Laos to offer full brokerage and trading services in cryptocurrencies and other digital assets, both within Lao and the region. Bitqik started in 2022 with the mission to provide products and services that anyone, anywhere, should be able to easily and securely send and receive cryptocurrency. We believe that decentralized digital currency will reshape the global economy fundamentally, such financial freedom would bring further economic innovation, efficiency, and equality to the world
ເລີ່ມຕົ້ນການເດີນທາງອາຊີບວຽກງານຂອງທ່ານກັບພວກເຮົາ
ພວກເຮົາຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເໝາະສົມກັບຕຳແໜ່ງງານຂ້າງລູ່ມນີ້
ວຸດທິການສຶກສາ Education
ເພດຊາຍ ຫຼື ຍິງ, ອາຍຸ 22 – 30 ປີ
ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ໃນສາຂາ ບໍລິຫານຄວາມສ່ຽງ, ບໍລິຫານທຸລະກິດ, ການເງິນ-ການທະນາຄານ, ເສດຖະສາດ ຫຼື ສາຂາທີ່ກ່ຽວຂ້ອງ (ຖ້າມີຄວາມຮູ້ກ່ຽວກັບ Cryptocurrency ຈະພິຈາລະນາເປັນພິເສດ)
ທັກສະພື້ນຖານ Base Skills
ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້; ສາມາດນຳໃຊ້ຄອມພິວເຕີໃນລະດັບທີ່ດີ ແລະ ໂປຣແກຣມຕ່າງໆ (Word, Excel, PowerPoint) ເປັນຢ່າງດີ
ມີຄວາມຮັບຜິດຊອບຕໍ່ວຽກງານສູງ, ມີມະນຸດສຳພັນດີ, ມີທັກສະປະຕິສໍາພັນກັບຄົນອື່ນ
ເຄີຍຜ່ານວຽກງານ Experience
ມີປະສົບການເຮັດວຽກ ຢ່າງໜ້ອຍ 01 ປີ ຂື້ນໄປ ທາງດ້ານບໍລິຫານຄວາມສ່ຽງ, ທະນາຄານ, Cryptocurrency
ຜົນປະໂຫຍດ Benefits
ເງິນເດືອນເລີ່ມຕົ້ນ 4,000,000 ກີບ
ວັນພັກລັດຖະການ
ວັນພັກປະຈຳປີ, ລາປ່ອຍ, ລາກິດ ແລະ ວັນລາຕ່າງໆ ຕາມກົດຫມາຍ.
ກອງທຶນປະກັນສັງຄົມ.
ງານລ້ຽງພະນັກງານ, ກິດຈະກຳ ຕາມໂອກາດ ແລະ ເທດສະການຕ່າງໆ.
ໂບນັດປະຈຳປີ, ໂບນັດພິເສດ ແລະ ເທດສະການຕ່າງໆ
ເຄື່ອງແບບພະນັກງານ
ການປັບເງິນເດືອນ ແລະ ເງິນຊັ້ນຕຳແໜ່ງ
ເງິນອຸດໜູນຕ່າງໆ ລວມມີ: ນະໂຍບາຍຄ່າເດິນທາງ ແລະ ເງິນເບ້ຍລ້ຽງ, ໂອທີ, ແຕ່ງງານ, ເກິດລູກ, ເງິນຊ່ວຍໜູນເຈັບເປັນ,ຂອງຂວັນໂອກາດຕ່າງໆ...
ຂໍ້ມູນຕິດຕໍ່, ສະຖານທີ່ Contact & Location
Asean Road (T2), 4th Floor (JDB building T2 ), Nakham Village, Sikhottabong District, Vientiane Capital
ສອບຖາມເພີ່ມຕື່ມໂທ: 021 256 969 ຫຼື hr@bitqik.com
ລາຍລະອຽດໜ້າທີ່ວຽກງານ | JD
ຕຳແໜ່ງງານ: ພະນັກງານວິຊາການ ບໍລິຫານຄວາມສ່ຽງ
ໜ້າທີ່ຮັບຜິດຊອບ ກໍານົດນະໂຍບາຍຄວາມສ່ຽງ ທາງດ້ານທຸລະກິດ, ດ້ານລະບົບ ຂອງບໍລິສັດ ແລະ ພັດທະນາ ລະບົບພາຍໃນ ຮ່ວມກັບພະແນກ/ໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງ ພ້ອມກໍານົດແນວທາງ ຄວບຄຸມຄວາມສ່ຽງ ຢ່າງລະອຽດ ແລະ ຮັດກຸມ; ຄົ້ນຄວ້າ, ສຶກສາ ພ້ອມວິທີແກ້ໄຂ ແລະ ປ້ອງກັນຄວາມສ່ຽງ ພາຍໃນ ແລະ ພາຍນອກ ທີ່ອາດຈະເກີດຂື້ນກັບລະບົບຂອງບໍລິສັດ ພ້ອມທັງວາງແຜນແກ້ໄຂ ກໍລະນີເກີດເຫດສຸກເສີນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ທຸລະກິດບໍລິສັດ ຫຼື ກະທົບຫນ້ອຍທີ່ສຸດ; ວິເຄາະ, ກວດສອບກະເປົາ (Wallet) ຂອງລູກຄ້າ ຫຼື ບຸກຄົນອື່ນ ທີ່ເຮັດທຸລະກຳຊື້-ຂາຍຫຼຽນ ຜ່ານຜະລິດຕະພັນຂອງບໍລິສັດ (ອອກລາຍງານ ການກວດສອບກະເປົາ (Wallet), ປະກອບຂໍ້ມູນ ແລະ ທິດທາງ ແກ່ຄະນະຜູ້ບໍລິຫານ ໃນການຕັດສິນໃຈ ເຮັດທຸລະກຳ, ເກັບກຳຂໍ້ມູນ ແລະ ສ້າງລາຍງານຕິດຕາມ ຄວາມສ່ຽງຂອງຫຼຽນປະເພດຕ່າງໆ ແລະ ຄວາມສ່ຽງອື່ນໆ ທີ່ເຂົ້າມາຜ່ານລະບົບບິດຄິກ ເພື່ອການແກ້ໄຂຄວາມສ່ຽງ ຢ່າງທັນເວລາ) ບໍລິຫານຄວາມສ່ຽງປະເພດຕ່າງໆ ທີ່ເຂົ້າມາຜ່ານລະບົບບໍລິສັດ ພ້ອມທັງໃຫ້ຄຳແນະນຳ ເພື່ອເປັນແນວທາງ ໃນການຕັດສິນໃຈ ຂອງຜູ້ບໍລິຫານ ແລະ ພະນັກງານຜູ້ປະຕິບັດໜ້າທີ່; Update, ຕິດຕາມ ການເຄື່ອນໄຫວ, ການປ່ຽນແປງ ຂອງຫຼຽນປະເພດຕ່າງໆ ເປັນປະຈຳວັນ, ເປັນແຕ່ລະໄລຍະ ເພື່ອນຳເອົາຂໍ້ມູນທີ່ໄດ້ ມາສຶກສາ, ຄົ້ນຄວ້າ ເຖິງຜົນກະທົບທີ່ອາດຈະເກີດຂຶ້ນກັບບໍລິສັດ ແລະ ວາງແຜນເພື່ອປ້ອງກັນຄວາມສ່ຽງ ຢ່າງຮັດກຸມ ແລະ ທັນເວລາ; ເຂົ້າຮ່ວມໂຄງການພັດທະນາ ຫຼື ປັບປຸງ ຜະລິດຕະພັນຕ່າງໆ, ການພັດທະນາລະບົບການຄຸ້ມຄອງ ແລະ ການພັດທະນາໂປຣແກຣມ ເພື່ອວາງແຜນບໍລິຫານຄວາມສ່ຽງ ທີ່ອາດຈະເກີດຂຶ້ນ; ຮ່ວມ, ສົມທົບ ກັບພະແນກ ຫຼື ໜ່ວຍງານອື່ນ ທີ່ກ່ຽວຂ້ອງ ໃນການສ້າງຄູ່ມືຜະລິດຕະພັນບໍລິການ, ຄູ່ມືນຳໃຊ້ປະຕິບັດວຽກ (Work Flow) ພ້ອມທັງກຳນົດແນວທາງປ້ອງກັນຄວາມສ່ຽງ ຢ່າງລະອຽດ ແລະ ຮັດກຸມ; ສຶກສາ, ຄົ້ນຄວ້າຂໍ້ມູນ ຂອງການນຳໃຊ້ລະບົບພາຍໃນ ແລະ ເຊື່ອມຕໍ່ກັບພາຍນອກ ທີ່ເຫັນວ່າມີຄວາມສ່ຽງ ແລະ ນຳສະເໜີຕໍ່ພະແນກທີ່ກ່ຽວຂ້ອງ, ຄະນະອໍານວຍການ ຫຼື ຄະນະຜູ້ບໍລິຫານ ເພື່ອນຳສະເໜີ ແນວທາງໃນການແກ້ໄຂ ແລະ ໄດ້ຮັບການປ້ອງກັນຄວາມສ່ຽງ ຢ່າງທັນເວລາ; ປະສານ, ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກ ບໍລິສັດ ເພື່ອຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ ຂໍ້ກຳນົດ, ຫຼັກການປ້ອງການຄວາມສ່ຽງໃນດ້ານຕ່າງໆ ທີ່ທາງພາກລັດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໄດ້ກຳນົດ ແລະ ວາງອອກ ແຕ່ລະໄລຍະ; ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະພະແນກ, ຄະນະຜູ້ບໍລິຫານ ແລະ ປະທານສະພາບໍລິຫານ;
ເງື່ອນໄຂຜູ້ສະໝັກ ເພດຊາຍ ຫຼື ຍິງ, ອາຍຸ 22 – 30 ປີ ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ໃນສາຂາ ບໍລິຫານຄວາມສ່ຽງ, ບໍລິຫານທຸລະກິດ, ການເງິນ-ການທະນາຄານ, ເສດຖະສາດ ຫຼື ສາຂາທີ່ກ່ຽວຂ້ອງ (ຖ້າມີຄວາມຮູ້ກ່ຽວກັບ Cryptocurrency ຈະພິຈາລະນາເປັນພິເສດ); ມີປະສົບການເຮັດວຽກ ຢ່າງໜ້ອຍ 01 ປີ ຂື້ນໄປ ທາງດ້ານບໍລິຫານຄວາມສ່ຽງ, ທະນາຄານ, Cryptocurrency; ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້; ສາມາດນຳໃຊ້ຄອມພິວເຕີໃນລະດັບທີ່ດີ ແລະ ໂປຣແກຣມຕ່າງໆ (Word, Excel, PowerPoint, …) ເປັນຢ່າງດີ; ມີສຸຂະພາບແຂງແຮງ, ຫ້າວຫັນ, ກະຕືລືລົ້ນ, ມີວິໄນ, ດຸໝັ່ນ, ອົດທົນໃນການເຮັດວຽກ ແລະ ຊື່ສັດ ມີຫົວຄິດປະດິດສ້າງ, ກ້າສະແດງອອກ ຫຼື ສະເໜີແນວຄວາມຄິດໃໝ່ໆ, ສຶກສາຄົ້ນຄວ້າ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ; ມີຄວາມຮັບຜິດຊອບຕໍ່ວຽກງານສູງ, ມີມະນຸດສຳພັນດີ, ມີທັກສະປະຕິສໍາພັນກັບຄົນອື່ນ, ສື່ສານ ແລະ ຕິດຕາມວຽກທີ່ດີ ເພື່ອເຮັດໃຫ້ວຽກສໍາເລັດທັນຕາມກໍານົດເວລາ ແລະ ຕາມເປົ້າໝາຍ ສາມາດເຮັດວຽກເປັນທີມ ຫຼື ດຽວໄດ້ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້;