ກ່ຽວກັບພວກເຮົາ | About Us
ກ່ຽວກັບພວກເຮົາ | About Us
We are the first officially licensed and regulated institution in Laos
We are the first officially licensed and regulated institution in Laos to offer full brokerage and trading services in cryptocurrencies and other digital assets, both within Lao and the region. Bitqik started in 2022 with the mission to provide products and services that anyone, anywhere, should be able to easily and securely send and receive cryptocurrency. We believe that decentralized digital currency will reshape the global economy fundamentally, such financial freedom would bring further economic innovation, efficiency, and equality to the world
ເລີ່ມຕົ້ນການເດີນທາງອາຊີບວຽກງານຂອງທ່ານກັບພວກເຮົາ
ພວກເຮົາຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເໝາະສົມກັບຕຳແໜ່ງງານຂ້າງລູ່ມນີ້
ວຸດທິການສຶກສາ Education
ບໍ່ຈຳກັດລະດັບການສຶກສາ
ທັກສະພື້ນຖານ Base Skills
ມີທັກສະໃນການແກ້ໄຂບັນຫາໃຫ້ລູກຄ້າ ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກຄົນດຽວຢ່າງອິດສະຫຼະໄດ້ ມີຄວາມຍືດຢຸ່ນໃນການເຮັດວຽກ ຫຼື ໃນວັນພັກພິເສດໃນວັນພັກໄດ້. ມີ Service Mind ທີ່ດີ ຮັກໃນງານບໍລິການ ມີທັກສະປະຕິສຳພັນກັບຜູ້ອື່ນໃນລະດັບທີ່ດີຫລາຍ
ມີຄວາມສາມາດໃນການສື່ສານຂໍ້ຄວາມທັງການເວົ້າ ແລະ ຂຽນ ພາສາລາວ ແລະ ອັງກິດໃນລະດັບທີ່ດີ
ເຄີຍຜ່ານວຽກງານ Experience
ມີປະສົບການເຮັດວຽກໃນຕຳແໜ່ງການໃຫ້ຄວາມຊ່ວຍເຫຼືອລູກຄ້າມາກ່ອນ ມີທັກສະໃນການສື່ສານທັງການເວົ້າ ແລະ ການຂຽນທັງພາສາລາວ ແລະ ພາສາອັງກິດທີ່ດີ
ຜົນປະໂຫຍດ Benefits
ເງິນເດືອນເລີ່ມຕົ້ນ 4,000,000 ກີບ
ວັນພັກລັດຖະການ
ວັນພັກປະຈຳປີ, ລາປ່ອຍ, ລາກິດ ແລະ ວັນລາຕ່າງໆ ຕາມກົດຫມາຍ.
ກອງທຶນປະກັນສັງຄົມ.
ງານລ້ຽງພະນັກງານ, ກິດຈະກຳ ຕາມໂອກາດ ແລະ ເທດສະການຕ່າງໆ.
ໂບນັດປະຈຳປີ, ໂບນັດພິເສດ ແລະ ເທດສະການຕ່າງໆ
ເຄື່ອງແບບພະນັກງານ
ການປັບເງິນເດືອນ ແລະ ເງິນຊັ້ນຕຳແໜ່ງ
ເງິນອຸດໜູນຕ່າງໆ ລວມມີ: ນະໂຍບາຍຄ່າເດິນທາງ ແລະ ເງິນເບ້ຍລ້ຽງ, ໂອທີ, ແຕ່ງງານ, ເກິດລູກ, ເງິນຊ່ວຍໜູນເຈັບເປັນ,ຂອງຂວັນໂອກາດຕ່າງໆ...
ຂໍ້ມູນຕິດຕໍ່, ສະຖານທີ່ Contact & Location
Asean Road (T2), 4th Floor (JDB building T2 ), Nakham Village, Sikhottabong District, Vientiane Capital
ສອບຖາມເພີ່ມຕື່ມໂທ: 021 256 969 ຫຼື hr@bitqik.com
ລາຍລະອຽດໜ້າທີ່ວຽກງານ | JD
ຕຳແໜ່ງງານ: ພະນັກງານວິຊາການ ບໍລິການລູກຄ້າ
ໜ້າທີ່ຮັບຜິດຊອບ ເບິ່ງແຍງການໃຫ້ບໍລິການລູກຄ້າຜ່ານຊ່ອງທາງຕ່າງໆ ເຊັ່ນ: ທາງໂທລະສັບ, Live Chat, Online message ເພື່ອຊ່ວຍເຫຼືອ ແລະ ແກ້ໄຂບັນຫາໃຫ້ກັບລູກຄ້າ ກວດສອບລາຍການປ່ຽນແປງຂໍ້ມູນລູກຄ້າ ແລະ ເຮັດລາຍການ Refund ໃຫ້ກັບລູກຄ້າ ກວດສອບຢືນຢັນການເຮັດທຸລະກຳ ໃຫ້ກັບລູກຄ້າ ບໍລິຫານຄວາມສຳພັນກັບລູກຄ້າ ແລະ ຜູ້ທີ່ຕິດຕໍ່ເຂົ້າມາເພື່ອສ້າງປະສົບການທີ່ດີໃຫ້ກັບລູກຄ້າ ສະຫຼຸບບັນຫາ ແລະ ວິທີແກ້ໄຂບັນຫາໃຫ້ລູກຄ້າໃນແຕ່ລະມື້
ເງື່ອນໄຂຜູ້ສະໝັກ
ບໍ່ຈໍາກັດເພດ, ບໍ່ຈໍາກັດອາຍຸ