ກ່ຽວກັບພວກເຮົາ | About Us
ກ່ຽວກັບພວກເຮົາ | About Us
We are the first officially licensed and regulated institution in Laos
We are the first officially licensed and regulated institution in Laos to offer full brokerage and trading services in cryptocurrencies and other digital assets, both within Lao and the region. Bitqik started in 2022 with the mission to provide products and services that anyone, anywhere, should be able to easily and securely send and receive cryptocurrency. We believe that decentralized digital currency will reshape the global economy fundamentally, such financial freedom would bring further economic innovation, efficiency, and equality to the world
ເລີ່ມຕົ້ນການເດີນທາງອາຊີບວຽກງານຂອງທ່ານກັບພວກເຮົາ
ພວກເຮົາຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເໝາະສົມກັບຕຳແໜ່ງງານຂ້າງລູ່ມນີ້
ວຸດທິການສຶກສາ Education
ປະລິນຍາຕີຂຶ້ນໄປ ຫຼື ສູງກວ່າ ຍິ່ງເປັນການດີ
ສາຂາວິຊາສະເພາະກົດໝາຍ (ກົດໝາຍພົວພັນສາກົນ, ກົດໝາຍທຸລະກິດ, ກົດໝາຍແພ່ງ, ກົດໝາຍອາຍາ, ກົດໝາຍປົກຄອງ)
ມີສຸຂະພາບແຂງແຮງ, ບໍ່ຈຳກັດເພດ, ອາຍຸ ແລະ ມີມະນຸດສຳພັນດີ
ທັກສະພື້ນຖານ Base Skills
ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້
ສາມາດນຳໃຊ້ຄອມພິວເຕີ ແລະ ໂປຣແກຣມຕ່າງໆ ເປັນຢ່າງດີ
ມີຫົວຄິດປະດິດສ້າງ ສຶກສາຄົ້ນຄ້ວາ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ; ມີວິໄນ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ວຽກງານ, ດຸໝັ່ນ, ອົດທົນ, ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້.
ເຄີຍຜ່ານວຽກງານ Experience
ມີປະສົບການເຮັດວຽກ ທາງດ້ານກົດໝາຍມາກ່ອນ ຢ່າງໜ້ອຍ 01 ປີ ຂື້ນໄປ
ຜົນປະໂຫຍດ Benefits
ເງິນເດືອນເລີ່ມຕົ້ນ 4,000,000 ກີບ
ວັນພັກລັດຖະການ
ວັນພັກປະຈຳປີ, ລາປ່ອຍ, ລາກິດ ແລະ ວັນລາຕ່າງໆ ຕາມກົດຫມາຍ.
ກອງທຶນປະກັນສັງຄົມ.
ງານລ້ຽງພະນັກງານ, ກິດຈະກຳ ຕາມໂອກາດ ແລະ ເທດສະການຕ່າງໆ.
ໂບນັດປະຈຳປີ, ໂບນັດພິເສດ ແລະ ເທດສະການຕ່າງໆ
ເຄື່ອງແບບພະນັກງານ
ການປັບເງິນເດືອນ ແລະ ເງິນຊັ້ນຕຳແໜ່ງ
ເງິນອຸດໜູນຕ່າງໆ ລວມມີ: ນະໂຍບາຍຄ່າເດິນທາງ ແລະ ເງິນເບ້ຍລ້ຽງ, ໂອທີ, ແຕ່ງງານ, ເກິດລູກ, ເງິນຊ່ວຍໜູນເຈັບເປັນ,ຂອງຂວັນໂອກາດຕ່າງໆ...
ຂໍ້ມູນຕິດຕໍ່, ສະຖານທີ່ Contact & Location
Asean Road (T2), 4th Floor (JDB building T2 ), Nakham Village, Sikhottabong District, Vientiane Capital
ສອບຖາມເພີ່ມຕື່ມໂທ: 021 256 969 ຫຼື hr@bitqik.com
ລາຍລະອຽດໜ້າທີ່ວຽກງານ | JD
ຕຳແໜ່ງງານ: ພະນັກງານວິຊາການ ນິຕິກຳ
ໜ້າທີ່ຮັບຜິດຊອບ
ຮ່າງ, ດັດແກ້ສັນຍາຕ່າງໆ, ສັນຍາທີ່ພົວພັນພາຍນອກ ແລະ ເອກະສານນິຕິກຳ, ລະບຽບການຕ່າງໆຂອງບໍລິສັດ ໃຫ້ເປັນມາດຕະຖານ ເພຶ່ອໃຫ້ບໍລິສັດ ໄດ້ຮັບຜົນປະໂຫຍດສູງສຸດ ແລະ ແທດເໝາະກັບສະພາບເສດຖະກິດ ແຕ່ລະໄລຍະ;
ຕິດຕາມ, ກວດກາ, ປະສານງານ, ໃຫ້ຄວາມຮ່ວມມືກັບພະແນກ, ໜ່ວຍງານ, ບໍລິສັດຕ່າງໆ ກ່ຽວກັບການປະຕິບັດວຽກງານ, ສັນຍາຕ່າງໆ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ;
ເປັນຜູ້ຕາງໜ້າຂອງບໍລິສັດ ເຂົ້າຮ່ວມໄກ່ເກ່ຍຄະດີ ກ່ຽວກັບໜີ້ສິນ ແລະ ໄກ່ເກຍບັນຫາອື່ນໆ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ; ໃຫ້ຄຳປຶກສາ ແລະ ແນະນຳ ທາງດ້ານກົດໝາຍ, ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການປະຕິບັດວຽກ ຂອງບໍລິສັດ ແກ່ຜູ້ບໍລິຫານ ເພື່ອໃຫ້ດຳເນີນໄປຢ່າງຖືກຕ້ອງ;
ຜັນຂະຫຍາຍ ແຈ້ງການກ່ຽວກັບການປະຕິບັດ ບັນດານິຕິກຳຕ່າງໆ ທີ່ຜູ້ບໍລິຫານ ແລະ ຫ້ອງການ ບິດຄິກ ຈຳກັດຜູ້ດຽວ ໄດ້ວາງອອກ ແລະ ແຈ້ງການກ່ຽວກັບການປະຕິບັດ ບັນດານິຕິກຳຕ່າງໆ ທີ່ອອກໂດຍພາກສ່ວນອື່ນ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ ແລະ ປະກາດໃຊ້ແຕ່ລະໄລຍະ;
ຮວບຮວມບັນດາເອກະສານນິຕິກຳ ທີ່ມີຜົນບັງຄັງໃຊ້ ທີ່ອອກໂດຍບໍລິສັດ ບິດຄິກ ຈຳກັດຜູ້ດຽວ ແລະ ພາກສ່ວນພາຍນອກທີ່ກ່ຽວຂ້ອງ ທີ່ພົວພັນກັບວຽກງານ ແລະ ທຸລະກິດຂອງບໍລິສັດ;
ຈົດທະບຽນສັນຍາ ແລະ ເອກະສານອື່ນໆ ທີ່ມີຄວາມຈໍາເປັນທາງດ້ານກົດໝາຍ ເພຶ່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ;
ສະເໜີດັດແກ້ສັນຍາຕ່າງໆ ຫຼື ນິຕິກຳອື່ນ ທີ່ເຫັນວ່າບໍ່ສອດຄ່ອງກັບ ພາກສ່ວນປະຕິບັດຕົວຈິງ ຕໍ່ຄະນະພະແນກ, ຄະນະອຳນວຍການ; ກະກຽມເອກະສານ ເພຶ່ອດຳເນີນການຮ້ອງຟ້ອງຄະດີຄວາມຕ່າງໆ ແລະ ຕິດຕາມຄະດີທີ່ໄດ້ຮ້ອງຟ້ອງທີ່ຢູ່ໃນຂັ້ນຕອນ ຂອງເຈົ້າໜ້າທີ່ຕຳຫຼວດ, ສານ, ໄອຍະການ ແລະ ຫ້ອງຈັດຕັ້ງປະຕິບັດຄຳຕັດສິນຂອງສານ.