ກ່ຽວກັບພວກເຮົາ | About Us
ກ່ຽວກັບພວກເຮົາ | About Us
We are the first officially licensed and regulated institution in Laos
We are the first officially licensed and regulated institution in Laos to offer full brokerage and trading services in cryptocurrencies and other digital assets, both within Lao and the region. Bitqik started in 2022 with the mission to provide products and services that anyone, anywhere, should be able to easily and securely send and receive cryptocurrency. We believe that decentralized digital currency will reshape the global economy fundamentally, such financial freedom would bring further economic innovation, efficiency, and equality to the world
ເລີ່ມຕົ້ນການເດີນທາງອາຊີບວຽກງານຂອງທ່ານກັບພວກເຮົາ
ພວກເຮົາຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເໝາະສົມກັບຕຳແໜ່ງງານຂ້າງລູ່ມນີ້
ວຸດທິການສຶກສາ Education
ມີໃບປະກາດຈົບຊັ້ນສູງຂຶ້ນໄປ
ບໍ່ຈຳກັດສາຂາຮຽນ
ເພດຍິງ ຫຼື ຊາຍ ອາຍຸບໍ່ເກີນ 30 ປີ
ທັກສະພື້ນຖານ Base Skills
ມີຄວາມຮູ້ຄວາມຊຳນານໃນການໃຊ້ໂປຣແກມຕັດຕໍ່ຄື: Adobe Premier pro, After Effect, Final cut pro, Capcut, Davinci Resolve ແລະ ໂປຣແກຣມອື່ນໆທີ່ສາມາດສ້າງສັນຜົນງານປະເພດ Motion Graphic, Animation 2D 3D ທີ່ເປັນສື່ໂຄສະນາລົງ Social Media ແລະ LED Board ຕ່າງໆ
ມີຄວາມຮູ້ພື້ນຖານໃນການຖ່າຍຮູບ, ຖ່າຍວີດີໂອ ແລະ ສາມາດນຳໃຊ້ອຸປະກອນຖ່າຍທຳໄດ້; ມີວິໄສທັດໃນການເຮັດວຽກເປັນມື້ອາຊີບ ແລະ ສາມາດເຮັດວຽກເປັນທີມໄດ້; ຖ້າມີຄວາມຮູ້ກ່ຽວກັບ 2D, 3D animation ຈະພິຈາລະນາເປັນພິເສດ; ສາມາດເຮັດວຽກໄດ້ດ້ວຍຕົນເອງ ແລະ ຈັດລຳດັບຄວາມສຳຄັນຂອງວຽກພາຍໃນເວລາທີ່ກຳນົດໄດ້ດີ
ເຄີຍຜ່ານວຽກງານ Experience
ຕ້ອງມີປະສົບການ ແລະ ຜົນງານໃນສາຍງານຖ່າຍທຳ ແລະ ຕັດຕໍ່ວິດີໂອ (Video Editor & Motion Graphic) ຕ້ອງມີຜົນງານຂອງຕົວເອງທີ່ສາມາດຢືນຢັນໄດ້ (ຖ້າມີປະສົບການກ່ຽວກັບສາຍງານດັ່ງກ່າວ ຫຼາຍກວ່າ 02 ປີຂຶ້ນໄປຈະພິຈາລະນາເປັນພິເສດ); ຜູ້ສະໝັກຕ້ອງລະບຸລິ້ງ File ຜົນງານຂອງຕົວເອງໃນໃບ CV ໂດຍສາມາດອັບໂຫຼດຜົນງານທີ່ Google Drive ໃຫ້ກວດສອບໄດ້
ຜົນປະໂຫຍດ Benefits
ເງິນເດືອນເລີ່ມຕົ້ນ 4,000,000 ກີບ
ວັນພັກລັດຖະການ
ວັນພັກປະຈຳປີ, ລາປ່ອຍ, ລາກິດ ແລະ ວັນລາຕ່າງໆ ຕາມກົດຫມາຍ.
ກອງທຶນປະກັນສັງຄົມ.
ງານລ້ຽງພະນັກງານ, ກິດຈະກຳ ຕາມໂອກາດ ແລະ ເທດສະການຕ່າງໆ.
ໂບນັດປະຈຳປີ, ໂບນັດພິເສດ ແລະ ເທດສະການຕ່າງໆ
ເຄື່ອງແບບພະນັກງານ
ການປັບເງິນເດືອນ ແລະ ເງິນຊັ້ນຕຳແໜ່ງ
ເງິນອຸດໜູນຕ່າງໆ ລວມມີ: ນະໂຍບາຍຄ່າເດິນທາງ ແລະ ເງິນເບ້ຍລ້ຽງ, ໂອທີ, ແຕ່ງງານ, ເກິດລູກ, ເງິນຊ່ວຍໜູນເຈັບເປັນ,ຂອງຂວັນໂອກາດຕ່າງໆ...
ຂໍ້ມູນຕິດຕໍ່, ສະຖານທີ່ Contact & Location
Asean Road (T2), 4th Floor (JDB building T2 ), Nakham Village, Sikhottabong District, Vientiane Capital
ສອບຖາມເພີ່ມຕື່ມໂທ: 021 256 969 ຫຼື hr@bitqik.com
ລາຍລະອຽດໜ້າທີ່ວຽກງານ | JD
ຕຳແໜ່ງງານ: ພະນັກງານວິຊາການ ຕັດຕໍ່ວິດີໂອ
ໜ້າທີ່ຮັບຜິດຊອບ ວຽກງານຖ່າຍທຳ ແລະ ຕັດຕໍ່: ຮັບຜິດຊອບຖ່າຍທຳ ແລະ ຕັດຕໍ່ວິດີໂອໂຄສະນາ, ບັນດາຜະລິດຕະພັນ ແລະ ບໍລິການຜ່ານຊ່ອງທາງ online ຂອງບິດຄິກ; ວຽກງານຄົບຄຸມລະບົບ: ຊ່ວຍ Support ໃນການສ້າງ ແລະ ຄວບຄຸມລະບົບການເຜີຍແຜ່ພາບສົດ (Live Streaming); ວຽກງານການຈັດງານ: ຮັບຜິດຊອບຖ່າຍພາບ ແລະ ວີດີໂອງານຕ່າງໆຂອງບໍລິສັດ; ປະຕິບັດວຽກຕາມທີ່ໄດ້ຮັບມອບຫມາຍ
ເງື່ອນໄຂຜູ້ສະໝັກ
ເພດຍິງ ຫຼື ຊາຍ ອາຍຸບໍ່ເກີນ 30 ປີ