ກ່ຽວກັບພວກເຮົາ | About Us
ກ່ຽວກັບພວກເຮົາ | About Us
We are the first officially licensed and regulated institution in Laos
We are the first officially licensed and regulated institution in Laos to offer full brokerage and trading services in cryptocurrencies and other digital assets, both within Lao and the region. Bitqik started in 2022 with the mission to provide products and services that anyone, anywhere, should be able to easily and securely send and receive cryptocurrency. We believe that decentralized digital currency will reshape the global economy fundamentally, such financial freedom would bring further economic innovation, efficiency, and equality to the world
ເລີ່ມຕົ້ນການເດີນທາງອາຊີບວຽກງານຂອງທ່ານກັບພວກເຮົາ
ພວກເຮົາຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເໝາະສົມກັບຕຳແໜ່ງງານຂ້າງລູ່ມນີ້
ວຸດທິການສຶກສາ Education
ປະລິນຍາຕີຂຶ້ນໄປ ຫຼື ສູງກວ່າ ຍິ່ງເປັນການດີ
ສາຂາວິຊາສະເພາະກົດໝາຍ (ກົດໝາຍພົວພັນສາກົນ, ກົດໝາຍທຸລະກິດ, ກົດໝາຍແພ່ງ, ກົດໝາຍອາຍາ, ກົດໝາຍປົກຄອງ)
ມີສຸຂະພາບແຂງແຮງ, ບໍ່ຈຳກັດເພດ, ອາຍຸ ແລະ ມີມະນຸດສຳພັນດີ
ທັກສະພື້ນຖານ Base Skills
ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດ ອື່ນໆ ທີ່ສາມາດສື່ສານ, ອ່ານ–ຂຽນ ເຂົ້າໃຈ ໄດ້
ສາມາດນຳໃຊ້ຄອມພິວເຕີ ແລະ ໂປຣແກຣມຕ່າງໆ ໄດ້ເປັນຢ່າງດີ; ມີຫົວຄິດປະດິດສ້າງ ສຶກສາຄົ້ນຄ້ວາ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ; ມີວິໄນ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ວຽກງານ, ດຸໝັ່ນ, ອົດທົນ, ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້
ເຄີຍຜ່ານວຽກງານ Experience
ມີປະສົບການເຮັດວຽກທາງດ້ານກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ວຽກງານທາງດ້ານຄະດີຄວາມມາກ່ອນຢ່າງ ໜ້ອຍ 01 ປີ ຂື້ນໄປ
ຜົນປະໂຫຍດ Benefits
ເງິນເດືອນເລີ່ມຕົ້ນ 4,000,000 ກີບ
ວັນພັກລັດຖະການ
ວັນພັກປະຈຳປີ, ລາປ່ອຍ, ລາກິດ ແລະ ວັນລາຕ່າງໆ ຕາມກົດຫມາຍ.
ກອງທຶນປະກັນສັງຄົມ.
ງານລ້ຽງພະນັກງານ, ກິດຈະກຳ ຕາມໂອກາດ ແລະ ເທດສະການຕ່າງໆ.
ໂບນັດປະຈຳປີ, ໂບນັດພິເສດ ແລະ ເທດສະການຕ່າງໆ
ເຄື່ອງແບບພະນັກງານ
ການປັບເງິນເດືອນ ແລະ ເງິນຊັ້ນຕຳແໜ່ງ
ເງິນອຸດໜູນຕ່າງໆ ລວມມີ: ນະໂຍບາຍຄ່າເດິນທາງ ແລະ ເງິນເບ້ຍລ້ຽງ, ໂອທີ, ແຕ່ງງານ, ເກິດລູກ, ເງິນຊ່ວຍໜູນເຈັບເປັນ,ຂອງຂວັນໂອກາດຕ່າງໆ...
ຂໍ້ມູນຕິດຕໍ່, ສະຖານທີ່ Contact & Location
Asean Road (T2), 4th Floor (JDB building T2 ), Nakham Village, Sikhottabong District, Vientiane Capital
ສອບຖາມເພີ່ມຕື່ມໂທ: 021 256 969 ຫຼື hr@bitqik.com
ລາຍລະອຽດໜ້າທີ່ວຽກງານ | JD
ຕຳແໜ່ງງານ: ພະນັກງານວິຊາການ ກວດກາພາຍໃນ
ໜ້າທີ່ຮັບຜິດຊອບ
ຮັບຜິດຊອບວຽກງານ ນິຕິກຳ, ລະບຽບການຕ່າງໆ, ຮ່າງສັນຍາ ແລະ ດັດແກ້ສັນຍາຕ່າງໆ ທີ່ນຳໃຊ້ພາຍໃນບໍລິສັດ ແລະ ນິຕິກຳທີ່ພົວພັນກັບພາຍນອກ;
ຮັບຜິດຊອບວຽກງານຄະດີຄວາມ, ເອກະສານທີ່ກ່ຽວພັນກັບການຮ້ອງຟ້ອງ; ດຳເນີນຄະດີຄວາມຕ່າງໆ ພ້ອມທັງຕິດຕາມການຮ້ອງຟ້ອງ, ຄະດີທີ່ຢູ່ໃນທຸກຂັ້ນຕອນຂອງເຈົ້າໜ້າທີ່ຕໍາຫຼວດ, ສານ, ໄອຍະການ ແລະ ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
ໃຫ້ຄຳເຫັນ ຫຼື ຄໍາແນະນຳ ທາງດ້ານລະບຽບກົດໝາຍ, ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການປະຕິບັດວຽກງານຂອງບໍລິສັດ ເພື່ອໃຫ້ດຳເນີນໄປຢ່າງຖືກຕ້ອງ;
ຜັນຂະຫຍາຍແຈ້ງການ ກ່ຽວກັບການປະຕິບັດບັນດານິຕິກຳຕ່າງໆ ທີ່ອອກໂດຍທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ກັບທຸລະກິດຂອງບໍລິສັດ;
ຮັບຜິດຊອບ ແລະ ຈັດຕັ້ງວຽກງານ AML ພ້ອມທັງເປັນເຈົ້າການໃນການພົວພັນ, ປະສານ ກັບສຳນັກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທະນາຄານແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງ ແລະ ການປະຕິບັດ;
ປະສານພົບພັນ ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ, ສ້າງ, ທົບທວນ, ປັບປຸງ ຫຼື ດັດແກ້ ບັນດານິຕິກຳ ແລະ ເຄື່ອງມືກ່ຽວກັບ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;
ວິເຄາະຂໍ້ມູນທີ່ສົງໄສວ່າ ເປັນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພ້ອມທັງລາຍງານຕໍ່ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ;
ຕິດຕໍ່ພົວພັນ, ປະສານວຽກກັບບັນດາບໍລິສັດຄູ່ຮ່ວມທຸລະກິດພາຍໃນປະເທດ ແລະ ຕ່າງປະເທດ ກ່ຽວກັບວຽກງານນິຕິກຳ ແລະ ວຽກງານທີ່ກ່ຽວຂ້ອງ;
ຮັບຜິດຊອບ ແລະ ຈັດຕັ້ງປະຕິບັດ ວຽກງານການປະຕິບັດຕາມລະບຽບການຕ່າງໆ ທີ່ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ກຳນົດອອກ ແຕ່ລະໄລຍະ.