ກ່ຽວກັບພວກເຮົາ | About Us
ກ່ຽວກັບພວກເຮົາ | About Us
We are the first officially licensed and regulated institution in Laos
We are the first officially licensed and regulated institution in Laos to offer full brokerage and trading services in cryptocurrencies and other digital assets, both within Lao and the region. Bitqik started in 2022 with the mission to provide products and services that anyone, anywhere, should be able to easily and securely send and receive cryptocurrency. We believe that decentralized digital currency will reshape the global economy fundamentally, such financial freedom would bring further economic innovation, efficiency, and equality to the world
ເລີ່ມຕົ້ນການເດີນທາງອາຊີບວຽກງານຂອງທ່ານກັບພວກເຮົາ
ພວກເຮົາຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເໝາະສົມກັບຕຳແໜ່ງງານຂ້າງລູ່ມນີ້
ວຸດທິການສຶກສາ Education
ເພດຊາຍ-ຍິງອາຍຸ20 – 30 ປີ
ຈົບການສຶກສາລະດັບຊັ້ນສູງຂຶ້ນໄປ
ທັກສະພື້ນຖານ Base Skills
ມີທັກສະໃນການບໍລິການ
ມີໄຫວພິບໃນການແກ້ໄຂສະຖານະການສະເພາະໜ້າໄດ້
ການນໍາໃຊ້ Microsoft office ໃນລະດັບດີ
ສາມາດສື່ສານພາສາອັງກິດໄດ້ ຫຼື ໄດ້ຫຼາຍພາສາ ຈະພິຈາລະນາເປັນພິເສດ
ເຄີຍຜ່ານວຽກງານ Experience
ມີປະສົບການຢ່າງໜ້ອຍ 01 ປີຂຶ້ນໄປ
ຜົນປະໂຫຍດ Benefits
ເງິນເດືອນເລີ່ມຕົ້ນ 4,000,000 ກີບ
ວັນພັກລັດຖະການ
ວັນພັກປະຈຳປີ, ລາປ່ອຍ, ລາກິດ ແລະ ວັນລາຕ່າງໆ ຕາມກົດຫມາຍ.
ກອງທຶນປະກັນສັງຄົມ.
ງານລ້ຽງພະນັກງານ, ກິດຈະກຳ ຕາມໂອກາດ ແລະ ເທດສະການຕ່າງໆ.
ໂບນັດປະຈຳປີ, ໂບນັດພິເສດ ແລະ ເທດສະການຕ່າງໆ
ເຄື່ອງແບບພະນັກງານ
ການປັບເງິນເດືອນ ແລະ ເງິນຊັ້ນຕຳແໜ່ງ
ເງິນອຸດໜູນຕ່າງໆ ລວມມີ: ນະໂຍບາຍຄ່າເດິນທາງ ແລະ ເງິນເບ້ຍລ້ຽງ, ໂອທີ, ແຕ່ງງານ, ເກິດລູກ, ເງິນຊ່ວຍໜູນເຈັບເປັນ,ຂອງຂວັນໂອກາດຕ່າງໆ...
ຂໍ້ມູນຕິດຕໍ່, ສະຖານທີ່ Contact & Location
Asean Road (T2), 4th Floor (JDB building T2 ), Nakham Village, Sikhottabong District, Vientiane Capital
ສອບຖາມເພີ່ມຕື່ມໂທ: 021 256 969 ຫຼື hr@bitqik.com
ລາຍລະອຽດໜ້າທີ່ວຽກງານ | JD
ຕຳແໜ່ງງານ: ພະນັກງານ ຕ້ອນຮັບ
ໜ້າທີ່ຮັບຜິດຊອບ ເຮັດໜ້າທີ່ເປັນຈຸດຕິດຕໍ່ທຳອິດສຳລັບແຂກພາຍນອກ, ທັກທາຍ ແລະ ຕ້ອນຮັບ; ຮັບຜິດຊອບວຽກງານ ລົງທະບຽນເກັບກຳຂໍ້ມູນ ການເຂົ້າ-ອອກ ຂອງທຸກຄົນທີ່ຜ່ານຝ່າຍຕ້ອນຮັບ; ໃຫ້ຂໍ້ມູນຕ່າງໆກ່ຽວກັບບັນດາບໍລິສັດທີ່ຢູ່ໃນແຕ່ລະຊັ້ນຂອງຕຶກ; ຮັບສາຍໂທລະສັບ ແລະ ຕິດຕໍ່ໃຫ້ພາກສ່ວນທີ່ກ່ຽວຂ້ອງ; ປະສານງານ ແລະ ພົວພັນກັບພາກສ່ວນທີ່ກ່ຽວຂ້ອງໃນເມືອມີລູກຄ້າເຂົ້າມາພົວພັນ; ລາຍງານຂໍ້ມູນຂອງລູກຄ້າທີ່ເຂົ້າມາພົວພັນ ເປັນປະຈຳວັນ ຫຼື ອາທິດ; ລາຍງານໃຫ້ທຸກພາກສ່ວນທີ່ຢູ່ພາຍໃນຕຶກຮັບຮູ້ທັນທີ ເມືອມີເຫດສຸກເສີນ; ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ.
ເງື່ອນໄຂຜູ້ສະໝັກ ເພດ ຊາຍ-ຍິງ ອາຍຸ 20 – 30 ປີ; ຈົບການສຶກສາລະດັບຊັ້ນສູງຂຶ້ນໄປ ໃນຂະແໜງການທີ່ກ່ຽວຂ້ອງ; ມີມະນຸດສຳພັນດີ, ອັດທະຍາໄສດີ, ຍິ້ມແຍ້ມແຈ່ມໃສ; ມີທັກສະໃນການບໍລິການ; ມີໄຫວພິບໃນການແກ້ໄຂສະຖານະການສະເພາະໜ້າໄດ້; ມີປະສົບການຢ່າງໜ້ອຍ 01 ປີຂຶ້ນໄປ; ສາມາດສື່ສານພາສາອັງກິດໄດ້ ຫຼື ໄດ້ຫຼາຍພາສາ ຈະພິຈາລະນາເປັນພິເສດ; ມີຄວາມຮູ້ ຄວາມສາມາດໃນການໃຊ້ຄອມພິວເຕີ, ການນໍາໃຊ້ Microsoft office ໃນລະດັບດີ;