ກ່ຽວກັບພວກເຮົາ | About Us
ກ່ຽວກັບພວກເຮົາ | About Us
ເຊື່ອໝັ້ນ ເພີ່ມຜົນກຳໄລ ຮັບໃຊ້ສັງຄົມ
ສະຖາບັນການເງິນ ຊັບທະວີ ສ້າງຕັ້ງຂື້ນໃນປີ 2016 ເຖີ່ງປະຈຸບັນ, ມີຈຸດປະສົ່ງເພື່ອໃຫ້ບໍລິການ ແລະ ຮັບໃຊ້ສັງຄົມໃຫ້ໄດ້ຮັບຜົນປະໂຫຍດສູງສຸດຈາກການບໍລິການ, ການຊຸກຍູ້ທຶນແກ່ທຸລະກິດຂະໜາດນ້ອຍ - ຂະໜາດກາງ, ສົ່ງເສີມການຜະລິດໃຫ້ເປັນສິນຄ້າ ແລະ ນຳພາພະນັກງານດຳເນີນກິດຈະກຳຂົງເຂດໃຫ້ບໍລິການທຸລະກຳດ້ານການເງິນ, ການທະນາຄານ, ໃຫ້ບໍລິການສິນເຊື່ອ, ວຽກງານປະກັນໄພ, ວຽກງານຫວຍລາວລ້ານຊ້າງ, ແລະ ວຽກງານຈຳໜ່າຍປີ້ຍົນທົ່ວໂລກ.
ພວກເຮົາສ້າງຄວາມເຊື່ອໝັ້ນ, ສ້າງອົງກອນໃຫ້ເຂັ້ມແຂງຈະເລີນຮຸ່ງເຮືອງ ແລະ ພະນັກງານມີຄວາມກ້າວໜ້າ, ມີການພັດທະນາເຕີບໃຫຍ່ໄປນຳກັນ ແລະ ດຳເນີນທຸລະກິດຕາມລະບຽບການກົດໝາຍ ສປປ ລາວ.
ເລີ່ມຕົ້ນການເດີນທາງອາຊີບວຽກງານຂອງທ່ານກັບພວກເຮົາ
ພວກເຮົາຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເໝາະສົມກັບຕຳແໜ່ງງານຂ້າງລູ່ມນີ້
ວຸດທິການສຶກສາ Education
ຈົບຊັ້ນສູງຂື້ນໄປ ການເງິນ ການທະນາຄານ ການບັນຊີ ຫຼື ການບໍລິຫານທົ່ວໄປ
ທັກສະພື້ນຖານ Base Skills
ທັກສະການສື່ສານທາງປາກເວົ້າ ແລະ ການຂຽນທີ່ດີ.
ຊໍານິຊໍານານໃນ Microsoft Office ແລະ ທັກສະ IT ພື້ນຖານ.
ມີຄວາມຫ້າວຫັນຕໍ່ໜ້າທີີ່ວຽກງານທີີ່ໄດ້ຮັບມອບໝາຍ ແລະ ມີຫົວຄິດປະດິດສ້າງໃນການປະຕິບັດວຽກງານ
ເຄີຍຜ່ານວຽກງານ Experience
ປະສົບການຝ່າຍສິນເຊື່ອມາກ່ອນ
ປະສົບການການເງິນການບັນຊີ
ຜົນປະໂຫຍດ Benefits
ປະກັນສັງຄົມ
ກອງທຶນພະນັກງານ
ລາພັກເຈັບເປັນ, ລາພັກປະຈຳປີ, ລາພັກເກີດລູກ, ຕາມກົດໝາຍແຮງງານ
ຊຸດເຄື່ອງແບບພະນັກງານ, ພາຍຫຼັງຖືກບັນຈຸເປັນພະນັກງານຖາວອນ
ຂໍ້ມູນຕິດຕໍ່, ສະຖານທີ່ Contact & Location
ເບີໂທຕິດຕໍ່ | Contact Number |: +856 20 5868 0506
ອິເມວ | E-Mail |: hr@sapthavy.com
ຢືນເອກະສານທີ່ | Submit Application |: ບ້ານ: ສີໄຄທົ່ງ, ເມືອງ: ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ລາຍລະອຽດໜ້າທີ່ວຽກງານ | JD
ຕຳແໜ່ງງານ: ພະນັກງານນຳໜີ້
ລາຍງານເຖິ່ງຕຳແໜ່ງງານ: ຫົວໜ້າພະແນກສິນເຊື່ອ
ສະຖານທີ່: ບ້ານ ສີໄຄທົ່ງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ
ປະເພດສັນຍາ: ພະນັກງານເຕັມເວລາ, ສັນຍາເປີດບໍ່ມີກຳນົດ
ດ້ານການວາງແຜນ
- ຕ້ອງມີແຜ່ນວຽກປະຈຳວັນ, ອາທິດ, ເດືອນ ແລະ ປີ
- ໄປຕາມແຜນງານພະແນກທີ່ຫວ່າງໄວ່ ແລະ ມອບໃຫ້
ດ້ານການປະຕິບັດວຽກ
ເຂົ້າຮ່ວມປະຊຸມສ່ອງແສງປະຈຳວັນວຽກງານປະຈຳວັນ, ອາທິດ ແລະ ຂື້ນແຜນວຽກງານວັນ ແລະ ອາທິດຕໍ່ໄປ ໃຫ້ຂັ້ນຕົວເອງຂຶ້ນກັບ.
ໂທແຈ້ງເຕືອນລູກຄ້າທີ່ຈະຄົບກຳນົດການຊຳລະກ່ອນລ່ວງໜ້າ 5 ວັນ ຕາມລາຍການລາຍງານເພື່ອໃຫ້ລູກຄ້າກະກຽມມາຊຳລະ;
ລາຍງານສະພາບໜີ້ຕໍ່ຫົວໜ້າສາຍງານເປັນປະຈຳວັນ, ອາທິດ, ເດືອນ, ໄຕມາດ ແລະ ປີ;
1. ຫາກມີການເກັບໜີ້ລູກຄ້າໄດ້ປະຕິບັດດັ່ງນີ້:
1) ກໍລະນີເກັບໜີ້ໄດ້ເປັນເງີນສົດ: ຂຽນບີນຮັບເງິນໃຫ້ລູກຄ້າສີນເຊື່ອ ເກັບເງິນຄ່າງວດລູກຄ້າທີ່ຊຳລະມາມອບຜ່ານເຄົ້າເຕີສະຖາບັນພ້ອມມອບໃບບິນຊຸດສຳເນົ່າ ໃຫ້ໜ່ວຍງານບັນຊີ;
2) ກໍລະນີ້ເກັບໜີ້ໄດ້ເປັນເງີນໂອນ: ຂໍຂໍ້ມູນຈາກໜ່ວຍງານທຸລະກຳເງິນຕາເພື່ອກວດສະເຕັນເມັ້ນລູກຄ້າສີນເຊື່ອທີ່ໂອນຊຳລະ ຈາກນັ້ນເຮັດລາຍງານການມອບໃຫ້ໜ່ວຍງານບັນຊີ.
3). ໜີ້ລາຍໃດຊັກຊ້າເກີນກຳນົດ ຫຼື ມີການເຍີ້ນຊຳລະເປັນປະຈຳ ມີທ່າທີວ່າຈະເກັບຄືນໄດ້ຍາກໃຫ້ນຳສະເໜີຕໍໍ່ຫົວໜ້າສາຍງານເພື່ອລາຍງານຂໍທິດຊີ້ນຳ.
- ບັນທຶກວຽກງານທີ່ປະຕິບັດລົງໃນບົດສະຫຼຸບວຽກງານປະຈຳວັນ.
ປະຕິບັດວຽກງານອື່ນໆ ຕາມການມອບໜາຍຂອງຜູ້ອຳນວຍການ, ຮອງຜູ້ອຳນວຍການ ແລະ ສະພາບໍລິການປະທານ
ສາຍລາຍງານ
- ສະຫຼຸບລາຍງານ ວຽກງານປະຈຳວັນ, ອາທິດ ແລະ ຂື້ນແຜນວຽກງານວັນ ແລະ ອາທິດຕໍ່ໄປ ໃຫ້ຂັ້ນຕົວເອງຂຶ້ນກັບ.
- ມີການປະເມີນຜົນງານເປັນປະຈຳແຕ່ລະໄຕມາດ ຕາມລະບຽບຂອງສະຖາບັນ
- ມີການປະເມີນຜົນກວດກາທຸກໆ 6 ເດືອນ ເພື່ອປະເມີນຜົນການເຮັດວຽກ ແລະ ໂປໂມດພະນັກງານ
ວູດທິການສຶກສາ
ຈົບຊັ້ນສູງຂື້ນໄປ ການເງິນ ການທະນາຄານ ການບັນຊີ ຫຼື ການບໍລິຫານທົ່ວໄປ